|
(ພາບປະກອບ: REUTERS/Amir Cohen)
|
ຕອນຄ່ຳວັນທີ 03 ຕຸລາ, ຂະບວນການ ຮາມາດສ ແຈ້ງໃຫ້ຊາບວ່າ ໄດ້ຍົກອອກປະຕິກິລິຍາຕອບກັບທີ່ຕັ້ງໜ້າຕໍ່ຂໍ້ລິເລີ່ມສິ້ນສຸດສົງຄາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ພ້ອມກັນນັ້ນກໍ່ຖະແຫຼງວ່າ ພ້ອມແລ້ວທີ່ຈະມອບສົ່ງຕົວປະກັນທັງໝົດທີ່ພວມຈັບຕົວຕາມຂໍ້ສະເໜີຢຸດຍິງ. ສິ່ງທີ່ໜ້າສົນໃຈ, ກຸ່ມປະກອບອາວຸດນີ້ ໄດ້ຮັບຖືວ່າແມ່ນໄດ້ເຫັນດີຍອມຮັບໜຶ່ງໃນບັນດາມາດຕາຫຼັກແຫຼ່ງຂອງຂໍ້ລິເລີ່ມປະອາວຸດ. ແຈ້ງການຂອງ ຮາມາດສ ແມ່ນໂດຍສື່ມວນຊົນ ອິດສະຣາແອັນ ແລະ ພາກພື້ນຄັດສະເໜີ. ເຖິງຢ່າງໃດກໍ່ຕາມ, ຮາມາດສ ກໍ່ເນັ້ນວ່າ ຕ້ອງອີງໃສ່ສະພາບຕົວຈິງຢູ່ ກາຊາ, ກຸ່ມນີ້ອາດຈະບໍ່ສາມາດປະຕິບັດສຳເລັດການປ່ອຍຕົວປະກັນທັງໝົດ 48 ຄົນພາຍໃນເວລາ 72 ຊົ່ວໂມງທຳອິດຄືຂໍ້ກຳນົດໃນຂໍ້ຕົກລົງໄດ້.
ສິ່ງທີ່ໜ້າສົນໃຈອີກໃນແຈ້ງການຂອງ ຮາມາດສ ແມ່ນກຸ່ມນີ້ບໍ່ໄດ້ເຕື້ອງເຖິງບັນຫາອື່ນທີ່ກ່ຽວຂ້ອງເຖິງອະນາຄົດຢູ່ເຂດ ກາຊາ ທີ່ໄດ້ຍົກອອກມາໃນຂໍ້ລິເລີ່ມຂອງທ່ານປະທານາທິບໍດີ ອາເມລິກາ, ໃນນັ້ນມີບັນຫາມາດຕະການແກ້ໄຂດ້ານອາວຸດຂອງ ຮາມາດສ.
