(ພາບແຕ້ມພື້ນເມືອງ ດົງໂຮ່ ໄດ້ຈົດຊື່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ກອງປະຊຸມຄັ້ງທີ 20)

ມໍລະດົກອາຊີບເຮັດພາບພື້ນເມືອງ ດົງໂຮ່ ຂອງແຂວງ ບັກນິງ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຢ່າງເປັນທາງການ ທີ່ຕ້ອງໄດ້ຮັບການຮັກສາໂດຍດ່ວນຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ທີ່ກອງປະຊຸມຄັ້ງທີ 20 ຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ UNESCO, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 09 ທັນວາ, ຢູ່ນະຄອນຫຼວງ ນິວເດລີ, ອິນເດຍ. ນີ້ແມ່ນມໍລະດົກບໍ່ເປັນວັດຖຸທີ 17 ຂອງ ຫວຽດນາມ ທີ່ UNESCO ໄດ້ເຊີດຊູ.

ອາຊີບເຮັດພາບແຕ້ມພື້ນເມືອງ ດົງໂຮ່ ຢູ່ແຂວງ ບັກນິງ, ໄດ້ມີມາກ່ອນນີ້ 500 ປີ. ວົງຄະນະຍາດປະຕິບັດອາຊີບ ໄດ້ສ້າງບັນດາພາບແຕ້ມມີລັກສະນະພິເສດກ່ຽວກັບຫົວຂໍ້, ເຕັກນິກການພິມ, ການໃສ່ສີ… ທ່ານ ມາຍເຊີນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ບັກນິງ, ໃຫ້ຮູ້ວ່າ:

“ເລື່ອງພາບແຕ້ມພື້ນເມືອງ ດົງໂຮ່ ໄດ້ຮັບການຮັບຮອງເອົາຈາກ UNESCO ແມ່ນການຮັບຮູ້ຂອງສາກົນສຳລັບພາບແຕ້ມພື້ນເມືອງ, ແຫ່ງທີ່ສີສັນ ຫວຽດນາມ ແລະ ທິດສະດີດຳລົງຊີວິດຂອງຄົນ ຫວຽດ ໄດ້ສະແດງອອກຜ່ານແຕ່ລະພາບແຕ້ມ. ເພື່ອໄດ້ຮັບການຮັບຮອງເອົາຄືໃນມື້ນີ້, ພວກຂ້າພະເຈົ້າຕີລາຄາສູງການປະກອບສ່ວນຂອງວົງຄະນະຍາດຊາວ ດົງໂຮ່, ບັນດານັກສິລະປິນ - ຜູ້ທີ່ໄດ້ປະດິດສ້າງ, ອະນຸລັກຮັກສາ, ສິດສອນການແຕ້ມພາບພື້ຶ້ນເມືອງ ດົງໂຮ່ ຜ່ານຫຼາຍລຸ້ນຄົນເປັນນັບຮ້ອຍປີ”.

ປະຈຸບັນ, ຫວຽດນາມ ມີທັງໝົດ 37 ມໍລະດົກທີ່ UNESCO ຮັບຮອງເອົາ ແລະ ຈົດເຂົ້າໃນບັນດາບັນຊີລາຍຊື່ຂອງອົງການນີ້.