ພິທີໄຂເວທີປາໄສເຊື່ອມຕໍ່ຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2025
(ພາບ: VOV)

ເຊື່ອມຕໍ່ເພື່ອພ້ອມກັນພັດທະນາ - ອານຢາງ ປີ 2025 ແມ່ນຫົວຂໍ້ຂອງເວທີປາໄສເຊື່ອມຕໍ່ຜະລິດຕະພັນໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2025 ເຊິ່ງໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 25 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ.

ຢູ່ເວທີປາໄສ, ຮ້ານວາງສະແດງຂອງແຂວງອານຢາງ, ບັນດາເຈົ້າຂອງຜະລິດຕະພັນ OCOP ຂອງທ້ອງຖິ່ນໄດ້ສຸມໃສ່ແນະນຳຜະລິດຕະພັນ OCOP, ສິນພິເສດ, ຜະລິດຕະພັນອຸດສາຫະກຳຊົນນະບົດ, ຜະລິດຕະພັນ Startup, ຜົນສຳເລັດດ້ານເສດຖະກິດ - ສັງຄົມ, ງານວາງສະແດງພາບຖ່າຍ OCOP ແລະ ຮ້ານວາງສະແດງວັດທະນະທຳ - ການທ່ອງທ່ຽວ - ອາຫານການກິນຂອງແຂວງ. ທີ່ພິທີໄຂງານວາງສະແດງ, ທ່ານເຈິ່ນແທັງນາມ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຖືວ່າ ເວທີປາໄສຄັ້ງນີ້ຈະແມ່ນຂີດໝາຍສຳຄັນເພື່ອໃຫ້ໂຄງການ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມກ້າວເຂົ້າສູ່ໄລຍະໃໝ່.ລ

ໃນສະພາບການໃໝ່, ຕ້ອງເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການ ແລະ ເຊື່ອມຕໍ່ກ່ຽວກັບຜະລິດຕະພັນ, ການຄ້າຜະລິດຕະພັນ OCOP. ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຕ້ອງເປີດກວ້າງສະຖານທີ່ເຊື່ອມຕໍ່, ເຊື່ອມຈອດ, ການຄ້າ ແລະ ເປີດກວ້າງຕະຫຼາດກັບບັນດາເຂດ, ທ້ອງຖິ່ນອື່ນໆໃນທົ່ວປະເທດກ່ວາອີກ, ພິເສດແມ່ນບັນດາຕະຫຼາດສາກົນ ເພື່ອແນໃສ່ຊຸກຍູ້ບັນດາຄຸນຄ່າທາງດ້ານວັດທະນະທຳ, ການທ່ອງທ່ຽວ, ກະສິກຳ, ຊົນນະບົດ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ກັບບັນດາເຂດພາກໃນທົ່ວປະເທດ ແລະ ເພີ່ມທະວີການເຂົ້າເຖິງຕະຫຼາດສາກົນ.