ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ກ່າວຄຳເຫັນໄຂງານມະໂຫລານ (ພາບ: VOV)

ກ່າວຄຳເຫັນໄຂງານມະໂຫລານ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍຍາມໃດກໍ່ແມ່ນບັນດາເພື່ອນມິດທີ່ສະໜິດສະໜົມ, ແບ່ງປັນບັນດາຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດລວມ.ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ສະແດງຄວາມເຄົາລົບຕໍ່ນ້ຳໃຈ ກໍ່ຄືການສະໜັບສະໜູນອັນອົບອຸ່ນຂອງບັນດາການນຳ ແລະ ປະຊາຊົນອິນເດຍຕໍ່ພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນຂອງປະຊາຊົນຫວຽດນາມ. ທ່ານໃຫ້ຮູ້ວ່າ:

ງານມະໂຫລານມິດຕະພາບປະຊາຊົນໄດ້ຈັດຂຶ້ນແບບໝູນວຽນໃນທຸກປີຢູ່ ອິນເດຍ ແລະ ຫວຽດນາມ. ງານມະໂຫລານ 11 ຄັ້ງຜ່ານມາມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ສ້າງໂອກາດເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນທີ່ດີງາມຢູ່ແລ້ວນັ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງດ້ານການເມືອງຂັ້ນສູງຢ່າງເລິກເຊິ່ງກ່ວາອີກ.