ທ່ານ Furusawa Yasuyuki ປະທານທັງເປັນຜູ້ອຳນວຍການໃຫຍ່ Aeon Retail (ພາບ: VOV) |
ໃນລະຫວ່າງວັນທີ 19 – 22 ມິຖຸນາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ແລະ ກຸ່ມບໍລິສັດ AEON ຈັດຂຶ້ນສັບປະດາສິນຄ້າ ຫວຽດນາມ ຢູ່ລະບົບ AEON ຍີ່ປຸ່ນ ແລະ ບັນດາປະເທດຂຶ້ນກັບ ພາກພື້ນ ອາຊີ ລວມມີ: ມາເລເຊຍ, ຮົ່ງກົງ (ຈີນ) ແລະ ກຳປູເຈຍ ດ້ວຍຫົວຂໍ້ “ລົງຕົວຈິງຄວາມງາມຫວຽດນາມ ຜ່ານ ອະໄວຍະວະອິນຊີທັງ 5 - ອາຫານການກິນ, ວັດທະນະທຳ ແລະ ການທ່ອງທ່ຽວ”.
ເຫດການປີນີ້ສ້າງຂີດໝາຍພິເສດເມື່ອເປັນຄັ້ງທຳອິດທີ່ສັບປະດາສິນຄ້ານີ້ ໄດ້ຈັດຂຶ້ນພ້ອມກັນຢູ່ 4 ປະເທດ ແລະ ເຂດແຄ້ວນໃນພາກພື້ນ. ຢູ່ສະຖານທີ່ເຊື່ອມຕໍ່ຫຼັກຢູ່ ຍີ່ປຸ່ນ ເຫດການສັບປະດາ ສິນຄ້າ ຫວຽດນາມ ໄດ້ ດຳເນີນຢູ່ ຮ້ານສັບປະສິນຄ້າ Aeon ພ້ອມກັນ 360 ແຫ່ງ ດ້ວຍສິນຄ້ານັບຮ້ອຍຊະນິດຂຶ້ນກັບບັນດາໝວດຂະແໜງການຄື: ຜະລິດຕະພັນກະເສດ, ອາຫານປຸງແຕ່ງ, ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ… ຈຸດພົ້ນເດັ່ນຂອງປີນີ້ແມ່ນການປະກົດມີອາຫານທີ່ເປັນເອກະລັກຂອງ ຫວຽດນາມຄື: ເຝີ, ເຂົ້າປຸ້ນ, ເຂົ້າຈີ່ ພ້ອມກັບອາຫານແຄມທາງທີ່ດູດດື່ມໃຈ ໄດ້ຮັບໃຊ້ຢູ່ຫ້ອງຄົວຕ່າງໆທີ່ເປີດໃນ ຮ້ານສັບພະສິນຄ້າ.
ຕາມທ່ານ Furusawa Yasuyuki ປະທານທັງເປັນຜູ້ອຳນວຍການໃຫຍ່ Aeon Retail ແລ້ວ ສັບປະດາສິນຄ້າ ຫວຽດນາມ ຢູ່ລະບົບ AEON ຈະນຳການລົງພຶດຕິກຳຕົວຈິງທີ່ສຸດຍອດກ່ຽວກັບບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ພ້ອມກັບຄວາມງາມທາງດ້ານວັດນະທະນຳເວົ້າລວມ ແລະ ອາຫານການກິນເວົ້າສະເພາະຂອງ ຫວຽດນາມ ມາໃຫ້ຜູ້ບໍລິໂພກ ຍີ່ປຸ່ນ ແລະ ອາຊີ.

