ຢູ່ແຂວງ ຈ່າວິງ, ສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນ ອອກອອມບອັກ ແຂວງ ຈ່າວິງ ຖືກດຳເນີນແຕ່ວັນທີ 9 – 15 ພະຈິກ ດ້ວຍບັນດາກິດຈະກຳຕົ້ນຕໍເຊັ່ນ: ເຂດວາງສະແດງອາຫານການກິນພາກໃຕ້ ແຂວງ ຈ່າວິງ ປີ 2024; ເຂດວາງສະແດງ “ການທ່ອງທ່ຽວ ຈ່າວິງ - ການເຊື່ອມຕໍ່ ແລະ ພັດທະນາ”; ງານຕະຫຼາດນັດສົ່ງເສີມການຄ້າ - ຜະລິດຕະພັນອຸດສາຫະກຳຊົນນະບົດ ແລະ ຜະລິດຕະພັນ OCOP; ການສະແດງສິລະປະແບບສະໝັກຫຼີ້ນຊົນເຜົ່າ ຂະແມ ແຂວງ ຈ່າວິງ. ນອກຈາກນັ້ນແລ້ວ, ຍັງມີການເຄື່ອນໄຫວວາງສະແດງ, ການສະແດງອາຊີບ, ຊຸດອາພອນຂອງຊາວເຜົ່າຂະແມ, ການຟ້ອນຕຸກກະຕານ້ຳ, ຊ່ວງເຮືອ ແລະ ການລະຫຼີ້ນພື້ນເມືອງ ອີກດ້ວຍ...

ງານບຸນ ອອກອອມບອັກ ແມ່ນໜຶ່ງໃນສາມງານບຸນສຳຄັນໃນປີຂອງພໍ່ແມ່ພີ່ນ້ອງເຜົ່າຂະແມຢູ່ພາກໃຕ້ ຫວຽດນາມ, ເຊິ່ງລວມມີ: ບຸນປີໃໝ່ ຈອນຈານຳເທີໄມ, ງານບຸນໄຫວ້ບູຊາບັນພະບຸລຸດ ເຊັນດົນຕາ ແລະ ງານບຸນໄຫວ້ພະຈັນ ອອກອອມບອັກ.