ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຢີດີຈີຕອນ; ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໂຄສະນາ; ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມາດຕະຖານ ແລະ ຂໍ້ກຳນົດມາດຖານດ້ານເຕັກນິກ.