ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48
|
(vovworld)- ຕອນເຊົ້າວັນທີ3/8 ຢູ່ ນະຄອນຫລວງ ວຽງຈັນ ປະເທດລາວ ໄດ້ດຳເນີນພິທີໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 ໂດຍມີການເຂົ້າຮ່ວມຂອງບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີເສດຖະກິດ 10 ປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ, ບັນດາເຈົ້າຫນ້າທີ່ຂັ້ນສູງ ອາຊຽນ. ທ່ານ ເຈີນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂພິທີ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະສຸມໃສ່ເຂົ້າໃນບັນດາບັນຫາຄື: ຫັນການຈັດຕັ້ງປະຕິບັດແຜນການສັງລວມປີ 2025 ໃຫ້ປະກົດຜົນເປັນຈິງ ດ້ວຍການກຳນົດກົນໄກ, ແຜນວຽກງານລະອຽດ, ລະບົບການປະສານງານ ແລະ ຕິດຕາມຕີລາຄາໝາກຜົນຢ່າງເປັນລະບົບ. ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ການຄ້າໃນອາຊຽນ, ພິເສດ ແມ່ນຫລຸດຜ່ອນ ແລະ ກ້າວໄປເຖິງການລົບລ້າງບັນດາຂໍ້ຕິດຂັດ ເພື່ອຮັບປະກັນການຄ້າພາຍໃນກຸ່ມຢ່າງສະດວກ ແລະ ມີແຫລ່ງທຶນຕ່ຳ. ຢືນຢັນຄືນຫລັກການເຫັນດີເຫັນພ້ອມໃນອາຊຽນ ແລະ ຮັບປະກັນເລື່ອງກາຍເປັນໃຈກາງຂອງອາຊຽນ, ການຮ່ວມມືດ້ານເສດຖະກິດກັບບັນດາຄູ່ຮ່ວມມື.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
