ກອງປະຊຸມໄດ້ຈັດຂຶ້ນແຕ່ວັນທີ 14 – 16 ຕຸລາ
(ພາບ: TTXVN)

ຕອນຄ່ຳວັນທີ 14 ຕຸລາ, ກອງປະຊຸມພາກພື້ນຄັ້ງທີ 5 ຂອງອົງການບັນດານະຄອນມໍລະດົກໂລກພາກພື້ນ ອາຊີ - ປາຊີຟິກ (OWHC-AP) ໄດ້ໄຂຂຶ້ນຢູ່ນະຄອນ ເຫ້ວ. ມີຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດກວ້າ 100 ທ່ານ ທີ່ມາຈາກ 7 ປະເທດເຂົ້າຮ່ວມກອງປະຊຸມ, ລວມມີ: ສ.ເກົາຫຼີ, ຈີນ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສີລັງກາ ແລະ ຫວຽດນາມ.

ກອງປະຊຸມໄດ້ສຸມໃສ່ແລກປ່ຽນນະໂຍບາຍ, ບົດຮຽນການຄຸ້ມຄອງເຂດຕົວເມືອງ, ພ້ອມກັບບັນດາມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການດຳລົງຊີວິດຢູ່ ບັນດາເຂດຕົວເມືອງທີ່ມີຄຸນຄ່າມໍລະດົກເປັນເອກະລັກສະເພາະ. ກອງປະຊຸມຍັງມືພາລະພິເສດແນະນຳບັນດາໂຄງການເຂດຕົວເມືອງໃໝ່, ໂດຍທ່ານເລຂາທິການໃຫຍ່ອົງການບັນດານະຄອນມໍລະດົກໂລກ ເປັນປະທານ, ມຸ່ງໄປເຖິງບັນດາຮູບແບບເຂດຕົວເມືອງອັດສະລິຍະ, ຍືນຍົງ ແລະ ຕິດພັນກັບປະຊາຊົນ.

ກອງປະຊຸມໄດ້ຈັດຂຶ້ນແຕ່ວັນທີ 14 – 16 ຕຸລາ.