(ພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນ ລາວກາຍ ປີ 2025)

ຕອນຄ່ຳວັນທີ 05 ມິຖຸນາ, ຢູ່ຖະໜົນຍ່າງນະຄອນ ລາວກາຍ, ໄດ້ຈັດພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນ ລາວກາຍ ປີ 2025 ດ້ວຍຫົວຂໍ້ “ທ່ອງທ່ຽວ ລາວກາຍ - ເຊື່ອມຕໍ່ຄວາມຄາດຫວັງສີຂຽວ”. ນີ້ແມ່ນຄັ້ງທຳອິດທີ່ງານຕະຫຼາດນັດການທ່ອງທ່ຽວ ລາວກາຍ ໄດ້ຈັດຂຶ້ນ, ເພື່ອແນໃສ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງ ລາວກາຍ ແມ່ນສະຖານທີ່ເຊື່ອມຕໍ່ດ້ານເສດຖະກິດ, ການພົບປະແລກປ່ຽນວັດທະນະທຳ, ສູນຮ່ວມມືແລກປ່ຽນການຄ້າ, ພ້ອມກັນຊຸກຍູ້ການພັດທະນາໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ແລວຕາເວັນອອກພາກເໜືອຂອງ ຫວຽດນາມ ແລະ ສາກົນ.

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງກວັກແຄງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ລາວກາຍ, ເນັ້ນໜັກວ່າ:

“ງານຕະຫຼາດນັດຄັ້ງນີ້ຈະເປີດໂອກາດເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດດຳເນີນທຸລະກິດໃນຂົງເຂດການບໍລິການທ່ອງທ່ຽວ, ສູນທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ… ຊອກຫາຄູ່ຮ່ວມມື, ເຊັນໃນສັນຍາ, ແນໃສ່ຊຸກຍູ້ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ລາວກາຍ ເພີ່ມຂຶ້ນໃນອະນາຄົດ. ດ້ານອື່ນ, ງານຕະຫຼາດນັດກໍ່ແມ່ນໂອກາດທີ່ດີເພື່ອໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມງາມດ້ານທິວທັດທຳມະຊາດ, ວັດທະນະທຳ, ປະເທດຊາດ, ຊາວ ລາວກາຍ ເຖິງປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ; ປະກອບສ່ວນຊຸກຍູ້ຂະແໜງອຸດສາຫະກຳບໍ່ມີຄວັນຂອງແຂວງ ແລະ ຫວຽດນາມ ໃນວິວັດການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ.”

ງານຕະຫຼາດນັດຈັດຂຶ້ນແຕ່ວັນທີ 05 – 08 ມິຖຸນາ, ໂດຍມີການເຂົ້າຮ່ວມຂອງ 130 ຮ້ານວາງສະແດງຈາກບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ.