(ງານວາງສະແດງເປີດປະຕູຮັບແຂກມາຢ້ຽມຊົມແຕ່ວັນທີ 21 – 30 ກັນຍາ 2025)

ວັນທີ 21 ກັນຍາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວັນມຽວ -ກວັກຕືຢາມ (ຮ່າໂນ້ຍ), ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມຽວ - ກວັກຕືຢາມ ໄດ້ສົມທົບກັບວິສາຫະກິດປະດິດຄິດສ້າງ TiredCity ຈັດພິທີໄຂງານວາງສະແດງພາບແຕ້ມ ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຂອງຊາດ”.

ງານວາງສະແດງໄດ້ແນະນຳ 40 ພາບແຕ້ມຂອງບັນດານັກແຕ້ມທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ, ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຊາວ ຫວຽດນາມ. ພາບແຕ້ມແຕ່ລະແຜ່ນໄດ້ມີເລື່ອງລາວສະເພາະ, ພາບທີ່ລື້ງເຄີຍໃນການອອກແຮງງານ ແລະ ການດຳລົງຊີວິດປະຈຳວັນ, ພ້ອມກັນນັ້ນກໍ່ສ່ອງແສງວັດທະນະທຳ, ຮີດຄອງປະເພນີຂອງບັນດາເຂດພາກທີ່ ເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນແຜ່ກະຈາຍນ້ຳໃຈຮັກຊາດໄປເຖິງມະຫາຊົນ, ພິເສດແມ່ນລຸ້ນໜຸ່ມ.

ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ຂອງຊາດ” ເປີດປະຕູຮັບແຂກມາຢ້ຽມຊົມແຕ່ວັນທີ 21 – 30 ກັນຍາ 2025.