ລາຍການສະແດງຂອງກອງສິລະປະຊາວເຜົ່າ ດັກນົງ (ພາບ: VOV) |
ວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ປີ 2024 ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ: ສະເໝີພາບ, ສາມັກຕີ, ເຄົາລົບ, ເຊື່ອມໂຍງ ແລະ ພັດທະນາເພື່ອໂລກແຫ່ງສັນຕິພາບ”, ຖືກໄຂຂຶ້ນໃນຕອນຄ່ຳວັນທີ 14 ທັນວາ ຢູ່ແຂວງ ກວາງຈິ. ວັນບຸນດັ່ງກ່າວ ມີການເຂົ້າຮ່ວມຂອງ 16 ແຂວງ, ນະຄອນ.
ລາຍການສະແດງສິລະປະໃນພິທີໄຂວັນບຸນມີຫຼາຍລາຍການທີ່ເປັນເອກະລັກ ສະແດງໃຫ້ເຫັນສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ດິນແດນ, ປະຊາຊົນ ກວາງຈິ ວິລະຊົນ; ແນະນຳບັນດາຈຸດທີ່ເປັນເອກະລັກ ແລະ ເປັນສັນຍາລັກສຸດຂອງວັດທະນະທຳ, ສິລະປະໃນ 3 ພາກເໜືອ, ກາງ, ໃຕ້ຂອງ ຫວຽດນາມ.
ບັນດາການເຄື່ອນໄຫວທີ່ດຳເນີນໃນຂອບເຂດວັນບຸນດັ່ງກ່າວ ແນໃສ່ເຊີດຊູຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຂອງ ຫວຽດນາມ ໃນພື້ນຖານວັດທະນະທຳທີ່ເປັນເອກະພາບໃນຄວາມຫຼາກຫຼາຍຂອງວົງຄະນະຍາດ 54 ຊົນເຜົ່າ ຫວຽດນາມ. ວັນບຸນດັ່ງກ່າວດຳເນີນຮອດວັນທີ 16 ທັນວາ ຈຶ່ງຈະອັດລົງ.

