ທ່ານນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນປະຕິວັດ ລາວ (ພາບ:TTXVN) |
ທ່ານນາງ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ: ການພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງພັກ ແລະ ປະຊາຊົນ ລາວ. ສອງປະເທດ ສືບຕໍ່ສຶກສາອົບຮົມ ແລະ ໂຄສະນາໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມສອງປະເທດ ມີຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ; ຖືປະສິດທິຜົນ ແລະ ຄຸນນະພາບຂອງການຮ່ວມມືໃນທຸກຂົງເຂດເປັນສຳຄັນ ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອສົມກັບການເສຍສະຫຼະອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍ, ສົມກັບການພົວພັນດ້ານການເມືອງລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

