ລັດຖະບານໄທ ຊຸດໃໝ່ (ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ໄທ)

ຕອນຄ່ຳວັນທີ 24 ກັນຍາ, ທ່ານ ອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ໄທ ໄດ້ນຳໜ້າສະມາຊິກລັດຖະບານຊຸດໃໝ່ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງ ຕໍ່ ກະສັດມະຫາ ວະຊິຣາລົງກອນ ແລະ ສົມເດັດພະນາງເຈົ້າ ສຸທິດາ ພັດຊະຣະສຸທາພິມົນລັກພຣະບໍຣົມຣາຊິນີ ທີ່ພະລາດຊະວັງ ດຸສິດ ນະຄອນຫຼວງ ບາງກອກ. ພາຍຫຼັງພິທີສາບານຕົວ, ລັດຖະບານຊຸດໃໝ່ໄດ້ດຳເນີນກອງປະຊຸມພິເສດ ແລະ ຮັບຮອງເອົາຮ່າງຖະແຫຼງການນະໂຍບາຍລັດຖະບານເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ. ກ່ຽວກັບເສດຖະກິດ, ລັດຖະບານໃຫ້ຄຳໝັ້ນສັນຍາ ຫຼຸດຜ່ອນຄ່າຄອງຊີບຜ່ານໂຄງການ “ຄົນລະເຄິ່ງ” ເພື່ອໜູນຊ່ວຍຊາວກະສິກອນ ຕໍ່ໜ້າສະພາບການລາຄາຜະລິດຕະພັນກະເສດຫຼຸດລົງ, ຊຸກຍູ້ພະລັງງານທົດແທນ ແລະ ພັດທະນາກະສິກຳອັດສະລິຍະ. ກ່ຽວກັບຄວາມໝັ້ນຄົງ, ບັນຫາການຂັດແຍ້ງເຂດຊາຍແດນ ໄທ - ກຳປູເຈຍ ຈະໄດ້ຮັບການແກ້ໄຂໂດຍວິທີການການທູດສົມທົບກັບການທະຫານ, ຮັບປະກັນອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.