ທ່ານນາງ ນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ຕອບສຳພາດນັກຂ່າວໃນຕອນສວາຍວັນທີ 19/6/2025. ພາບ: Reuters |
ຕອນເຊົ້າວັນທີ 19 ມິຖຸນາ ກະຊວງການຕ່າງປະເທດ ໄທ ໄດ້ຮຽກໂຮມເອກອັດຄະລັດຖະທູດ ກຳປູເຈຍ ຢູ່ ບາງກອກ ເພື່ອແລກປ່ຽນຈົດໝາຍທາງການທູດ ຄັດຄ້ານພາຍຫລັງ ຝ່າຍ ກຳປູເຈຍ ເຜີຍຄວາມລັບເນື້ອໃນການໂອ້ລົມສົນທະນາລະຫວ່າງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ແລະ ທ່ານປະທານສະພາສູງ Hun Sen.
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນຕອນສວາຍວັນທີ 19 ມິຖຸນາ, ໂຄສົກກະຊວງການຕ່າງປະເທດໄທ ເນັ້ນຫນັກວ່າ: ໄທ ຖືການກະທຳເຜີຍຄວາມລັບເນື້ອໃນການໂອ້ລົມສົນທະນາລະຫວ່າງທ່ານນາງນາຍົກລັດຖະມົນຕີ ໄທ ແລະປະທານສະພາສູງ ກຳປູເຈຍ ແມ່ນ “ບໍ່ອາດຮັບຮູ້ໄດ້” ແລະ ຖືວ່າ ການກະທຳນີ້ແມ່ນເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຄົາລົບລະຫວ່າງການນຳສອງປະເທດແລະສອງຊາດ ຫລຸດລົງ, ສົ່ງຜົນສະທ້ອນເຖິງບັນດາຄວາມມານະພະຍາຍາມພວມດຳເນີນໃນຫວ່າງສອງຝ່າຍ ເພື່ອແນໃສ່ແກ້ໄຂບັນຫາຊາຍແດນຢ່າງມີເຈດຈະນາດີ. ໂຄສົກກະຊວງການຕ່າງປະເທດໄທ ຢືນຢັນ ນີ້ແມ່ນບັນຫາລະຫວ່າງບັນດາລັດຖະບານ ແລະ ໄທບໍ່ຢາກໃຫ້ເຫດການນີ້ຖືກຂຸດຄົ້ນເພື່ອກາຍເປັນສາຍເຫດແບ່ງແຍກລະຫວ່າງປະຊາຊົນສອງປະເທດ.
ນັກຂ່າວ VOV ປະຈຳໄທ

