ກອງທັບໄທ ຖອນລົດຖັງອອກຈາກເຂດຊາຍແດນຕິດກັບ ກຳປູເຈຍ (ພາບ: ກອງທັບໄທ)

ພົນເອກ ວິນໄທ ລາຍຖົມຍາ, ໂຄສົກກອງບັນຊາການກຳລັງປະກອບອາວຸດລາຊະອານາຈັກ ໄທ ຖະແຫຼງໃນວັນທີ 28 ຕຸລາ ວ່າ, ກອງທັບ ໄທ ໄດ້ຖອນລົດຖັງ 2 ຄັນຢູ່ເຂດຊາຍແດນກັບເມືອຖານທີ່ໝັ້ນການທະຫານຢູ່ແຂວງ ສະຣະບູລີ. ວິວັດການປະຕິບັດມີການກວດກາຕິດຕາມຂອງຜູ້ແທນປ້ອງກັນຊາດ ມາເລເຊຍ ແລະ ຟີລິບປິນ, ຂຶ້ນກັບກຸ່ມສັງເກດການ ASEAN (AOT).

ກໍໃນວັນດຽວກັນ, ທ່ານ ນັດທະພອນ ນາກພະນິດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ຢັ້ງຢືນວ່າ ກອງທັບ ໄທ ແລະ ກຳປູເຈຍ ພວມສົມທົບກັນຜັນຂະຫຍາຍແຜນການເຄື່ອນໄຫວຖອນອາວຸດປະເພດໜັກ. ແຜນການດັ່ງກ່າວລວມມີ 3 ໄລຍະ, ປະຕິບັດພາຍໃນ 6 ອາທິດ, ໃນນັ້ນສອງຝ່າຍຈະພ້ອມກັນຖອນອາວຸດຕາມແຕ່ລະໄລຍະ. ໄປຄຽງຄູ່ກັນນັ້ນ, ກອງທັບສອງປະເທດພວມຮ່ວມມືກັນເກັບກູ້ລະເບີດ, ຄາດວ່າຈະສຳເລັດໃນທ້າຍເດືອນທັນວາ 2025.

ກ່ອນໜ້ານັ້ນ, ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47, ວັນທີ 26 ຕຸລາ ຢູ່ມາເລເຊຍ, ທ່ານນາຍົກລັດຖະມົນຕີ ໄທ ອານຸທິນ ຈານວິຣະກຸນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຂັ້ນຕອນສ້າງສັນຕິພາບ.