ບັນຍາກາດຂອງວາລະປະຊຸມໜຶ່ງຂອງສະພາແຫ່ງຊາດ ຊີຣີ ຢູ່ນະຄອນຫຼວງ Damascus (ພາບ: SANA/TTXVN) |
ວັນທີ 21 ກັນຍາ, ຄະນະກຳມະການເລືອກຕັ້ງ ຊີຮີ ໃຫ້ຮູ້ວ່າ ປະເທດນີ້ຄາດວ່າຈະຈັດການເລືອກຕັ້ງສະພາແຫ່ງຊາດໃນວັນທີ 05 ຕຸລາ ຈະມາເຖິງ, ຕາມລັດຖະທຳມະນູນຊົ່ວຄາວ ທີ່ໄດ້ປະກາດໃນເດືອນມີນາ, ອົງການນິຕິບັນຍັດຊຸດໃໝ່ຂອງ ຊີຣີ, ລວມມີສະມາຊິກ 210 ຄົນ, ໃນນັ້ນ ມີ 70 ຄົນໂດຍທ່ານ Ahmed al-Sharaa ປະທານາທິບໍດີ ສະເໜີເລືອກຕັ້ງ.
ທ້າຍເດືອນ ສິງຫາ ຜ່ານມາ, ລັດຖະບານ ຊີຣີ ປະກາດວ່າ ເລື່ອງເລືອກຕັ້ງຢູ່ແຂວງ Sweida ຈະຖືກໂຈະໄວ້, ເຊິ່ງເປັນບ່ອນທີ່ເກີດບັນດາການປະທະກັນ ຍ້ອນມີຂໍ້ຂັດແຍ້ງກັນດ້ານເຊື້ອຊາດຜິວພັນໃນເດືອນ ກໍລະກົດ, ຢູ່ບັນດາແຂວງ Raqqa ແລະ Hasakah ກໍເຊັ່ນດຽວກັນ ຍ້ອນສະພາບການຄວາມສະຫງົບປອດໄພ ແລະ ການເມືອງ. ສະພາແຫ່ງຊາດຊົ່ວຄາວມີອາຍຸການ 30 ເດືອນ ແລະ ສາມາດຕໍ່ກຳນົດເວລາ. ອົງການນີ້ຈະປະຕິບັດບົດບາດຂອງຕົນຈົນຮອດເມື່ອລັດຖະທຳມະນູນສະບັບສົມບູນໄດ້ຮັບການຮັບຮອງເອົາ ແລະ ການເລືອກຕັ້ງໃໝ່ຖືກຈັດຂຶ້ນ.
ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ

