ຄະນະຊາວອົບພະຍົບເຂົ້າເມືອງ ອາເມລິກາ ຈາກເຂດ Arriaga, ລັດ Chiapas, ເມັກຊີໂກ ໃນວັນທີ 08/01/2024 (ພາບ: AFP/TTXVN) |
ກົດລະບຽບປົກປ້ອງຊົ່ວຄາວ (TPS) ແມ່ນໂຄງການໂດຍ ລັດຖະບານ ອາເມລິກາ ອອກໃຫ້ບັນດາສ່ວນບຸກຄົນທີ່ພວມຢູ່ໃນດິນແດນ ອາເມລິກາ ແຕ່ບໍ່ສາມາດກັບຄືນເມືອປະເທດຂອງເຂົາເຈົ້າ ຍ້ອນເຫດຜົນສຸກເສີນ, ເປັນຕົ້ນແມ່ນໄພທຳມະຊາດ, ເງື່ອນໄຂບໍ່ເປັນປົກກະຕິຊົ່ວຄາວ ຫຼື ການປະທະກັນໂດຍນຳໃຊ້ອາວຸດທີ່ພວມເກີດຂຶ້ນ.
ວັນທີ 10 ມັງກອນ, ກະຊວງຍຸຕິທຳ ອາເມລິກາ ໄດ້ແຈ້ງໃຫ້ຊາບກ່ຽວກັບການຕໍ່ກຳນົດເວລາກົດລະບຽບດັ່ງກ່າວສຳລັບຊາວ EL Salvador, Venezuela, Sudan ແລະ Ukraine ທີ່ເຂົ້າເມືອງ ອາເມລິກາ ຕື່ມອີກ 18 ເດືອນ ນັບແຕ່ມື້ໜັງສືຂອງເຂົາເຈົ້າໝົດຜົນສັກສິດ. ດ້ວຍຂໍ້ກຳນົດນີ້, ມີປະມານ 900.000 ຄົນ ຈາກບັນດາປະເທດດັ່ງກ່າວ ຈະສືບຕໍ່ໄດ້ຢູ່ຕໍ່ ແລະ ເຮັດວຽກຢູ່ ອາເມລິກາ.
ນັກຂ່າວ VOV ປະຈຳ ອາເມລິກາ

