ທ່ານ Asaad Hassan al-Shibani (ພາບ: THX/TTXVN)

ວັນທີ 8 ມັງກອນ, ຜູ້ນຳໜ້າຂະແໜງການທູດຂອງອຳນາດການປົກຄອງຊົ່ວຄາວ ຊີຣີ, ທ່ານ Asaad Hassan al-Shibani, ໃຫ້ຄຳໝັ້ນສັນຍາ ຈະຟື້ນຟູຜືນແຜ່ນດິນອັນຄົບຖ້ວນຂອງປະເທດຄືນໃໝ່ ແລະ ຮັບປະກັນການນຳສົ່ງຊາວລີ້ໄພກັບຄືນເມືອປະເທດ, ໃນເວລາໜຶ່ງເດືອນ ພາຍຫຼັງອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ Bashar al-Assad ຖືກໂຄ່ນລົ້ມ.

ໃນຖະແຫຼງການຄົບຮອບ 1 ເດືອນ ພາຍຫຼັງປ່ຽນສິດອຳນາດຢູ່ ຊີຣີ, ທ່ານ Asaad Hassan al-Shibani ຖະແຫຼງວ່າ “ຄວາມຜາສຸກຂອງພວກເຮົາ ຈະຍັງບໍ່ທັນສົມບູນ ຈົນຮອດເມື່ອໃດດິນດອນຕອນຫຍ້າຂອງ ຊີຣີ ໄດ້ຮັບການທ້ອນໂຮມເປັນເອກະພາບ ແລະ ປະຊາຊົນຜູ້ຍົກຍ້າຍ ຫຼື ໄປລີ້ໄພ ໄດ້ຮັບຄືນເມືອບ້ານເກີດເມືອງນອນຂອງຄົນ”.

ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງບັນດາການກະທຳທາງການທູດຫວ່າງມໍ່ໆມານີ້ຂອງອຳນາດການປົກຄອງຊົ່ວຄາວ ຊີຣີ, ເພື່ອແນໃສ່ຊອກຫາການສະໜັບສະໜູນຂອງພາກພື້ນ ແລະ ສາກົນ, ພາຍຫຼັງທີ່ອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ Bashar Al-Assad ຖືກໂຄ່ນລົ້ມເມື່ອທ້າຍປີ 2024.