(ພາບ: THX/TTXVN)

ວັນທີ 13 ທັນວາ, ຂ້າຫຼວງໃຫ່ຍ ສປຊ ກ່ຽວກັບຊາວລົບໄພ (UNHCR) ໃຫ້ຮູ້ວ່າ ອຳນາດກດານປົກຄອງຊົ່ວຄາວ ຊີຣີ ໄດ້ຮຽກຮ້ອງອົງການນີ້ ຮັກສາການເຄື່ອນໄຫວຢູ່ປະເທດຕາເວັນອອກກາງນີ້ ພາຍຫຼັງທີ່ປະທານາທິບໍດີ Bashar al-Assad ຖືກໂຄ່ນລົ້ມ, ຜ່ານນັ້ນ ໄດ້ຝາກສັນຍານ “ທີ່ມີລັກສະນະສ້າງສັນ”. ທ່ານ Gonzalo Vargas Llosa ຜູ້ຕ່າງໜ້າ UNHCR ປະຈຳ ຊີຣີ ໃຫ້ຮູ້ວ່າ ອຳນາດກດານປົກຄອງຊົ່ວຄາວ ຊີຣີ ສະແດງຄວາມຮັບຮູ້ບັນດາຄວາມມານະພະຍາຍາມຂອງ UNHCR ໃນຫຼາຍປີຜ່ານມາ ແລະ ໃຫ້ຄຳໝັ້ນສັນຍາ ຮັບປະກັນຄວາມສະຫງົບປອດໄພ ເພື່ອໃຫ້ອົງການນີ້ ສືບຕໍ່ບັນດາການເຄື່ອນໄຫວ.

ໃນວັນດຽວກັນ, ຄະນະກຳມະການ ເອີລົບ (EC) ປະກາດຈະຜັນຂະຫຍາຍ “ສະຖານທີ່ເຊື່ອມຕໍ່ທາງການບິນ” ເພື່ອຂົນສົ່ງເຄື່ອງອຸປະຖຳດ້ານການແພດໃນເບື້ອງຕົ້ນ ໄປຍັງ ຊີຣີ ຜ່ານປະເທດບ້ານໃກ້ເຮືອນຄຽງ ຕວກກີ.