ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 49 ຂອງ ຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 29 ກັນຍາ ຢູ່ຮ່າໂນ້ຍ, ພາຍຫຼັງການເຮັດວຽກເປັນເວລາ 5 ມື້ເຄິ່ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ສະເໜີບັນດາອົງການຕ້ອງຍາດແຍ່ງເວລາຢ່າງສຸດຂີດໃນ ແຕ່ລະວັນ, ແຕ່ລະຊົ່ວໂມງ, ຮີບເຮັ່ງປະຕິບັດໃນໄລຍະສຸດທ້າຍເພື່ອກະກຽມໃຫ້ແກກອງປະຊຸມຄັ້ງທີ 10, ກອງປະຊຸມສຸດທ້າຍຂອງສະພາແຫ່ງຊາດຊຸດທີ XV. ຢູ່ກອງປະຊຸມຄັ້ງທີ 49, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ 34 ເນື້ອໃນ, ໃນນັ້ນສຸມໃສ່ສ່ວນຫຼາຍເຂົ້າໃນການພິຈາລະນາ, ປະກອບຄຳເຫັນໃສ່ຮ່າງມະຕິ 13 ສະບັບ, ກະກຽມຍື່ນສະເໜີຕໍ່ສະພາແຫ່ງຊາດຜ່ານກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຊຸດທີ XV. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ:

ສະເໜີບັນດາອົງການຕ້ອງຍາດແຍ່ງແຕ່ລະວັນ, ແຕ່ລະຊົ່ວໂມງ, ຮີບເຮັ່ງປະຕິບັດໃນໄລຍະສຸດທ້າຍແຕ່ບໍ່ໄດ້ເຮັດຕາມແບບໃຫ້ມີເທົ່ານັ້ນ. ຕ້ອງຮັບປະກັນເອກະສານຍື່ນສະເໜີຢ່າງຄົບຖວ້ນ, ແໜ້ນແຟ້ນ, ມີການກວດກາຢ່າງລະອຽດ. ດ່ວນແຕ່ຮັບປະກັນການປະຕິບັດລະບຽບການ, ຕ້ອງຖືຄຸນນະພາບຢູ່ເໜືອກ່ວາສິ່ງໃດໝົ້ດ, ຖ້າມີຄຸນະພາບທີ່ດີ ຈຶ່ງສະເໜີ ແລະ ບົນຈິດໃຈແມ່ນກົດໝາຍສະຫຼຸບ ວິວັດການໜຶ່ງຂອງກອງປະຊຸມ