ວັນທີ 10 ຕຸລາ, ທ່ານນາງ Marina Silva ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ ແຈ້ງໃຫ້ຊາບວ່າ ກອງປະຊຸມກະກຽມ COP30 (PreCOP30) ຈະຈັດຂຶ້ນຢູ່ Brasilia ແຕ່ວັນທີ 13 ຕຸລາ ຫາວັນທີ 14 ຕຸລາ, ແນໃສ່ຊຸກຍູ້ວິວັດທະນການເຈລະຈາ ແລະ ຮັບປະກັນໃຫ້ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມກົດບັດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໃຫ້ປະສົບຜົນສຳເລັດ.
ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມດັ່ງກ່າວແມ່ນເພື່ອຊຸກຍູ້ການເຈລະຈາລະຫວ່າງບັນດາຄະນະເພື່ອຮັບປະກັນມີຂໍ້ຕົກລົງສຳຄັນກວ່າ 140 ສະບັບໄດ້ຮັບການຮັບຮອງເອົາໃນ COP30 (ເຊິ່ງຈະດຳເນີນໃນເດືອນ ພະຈິກ 2025), ສຸມໃສ່ 3 ຫົວຂໍ້ຫຼັກ: ຮັບມື, ຫັນປ່ຽນຢ່າງຍຸຕິທຳ ແລະ ຕີລາຄາສັງລວມ.
