ພັນຕີ Andi Rio Indra Saputra, ຫົວໜ້າກອງຝຶກແອບ, ສູນຝຶກແອບຕຳຫຼວດຮັກສາສັນຕິພາບ, ຕຳຫຼວດແຫ່ງຊາດ ອິນໂດເນເຊຍ(ພາບ: VNFPU1)
|
ຕອນບ່າຍວັນທີ 26 ມິຖຸນາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ດ້ວຍການລົງຄະແນນສຽງເຫັນດີ 445/445 ຈຳນວນສະມາຊິກສະພາແຫ່ງຊາດ. ກົດໝາຍລວມມີ 5 ພາກ, 27 ມາດຕາ, ມີຜົນສັກສິດແຕ່ວັນທີ 01 ມັງກອນ 2026. ນີ້ແມ່ນບາດລ້ຽວດ້ານລະບອບລະບຽບການສຳຄັນ, ສ້າງຄວາມສະດວກໃຫ້ແກ່ ຫວຽດນາມ ປະຕິບັດຄຳໝັ້ນສັນຍາສາກົນ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ.
ຕີລາຄາເລື່ອງສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍສະບັບດັ່ງກ່າວ, ທ່ານ Faisal Shahkar, ຜູ້ບັນຊາການຕຳຫຼວດສະຫະປະຊາຊາດກ່ຽວກັບການຮັກສາສັນຕິພາບ, ເນັ້ນໜັກວ່າ:
“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະກາດເອກະສານນິຕິກຳທີ່ກ່ຽວຂ້ອງ, ເພື່ອເພີ່ມທະວີການໜູນຊ່ວຍໃຫ້ນາຍທະຫານ, ນາຍຕຳຫຼວດເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ. ເມື່ອມີພື້ນຖານນິຕິກຳຢ່າງຈະແຈ້ງແລ້ວ, ບັນດາການເຄື່ອນໄຫວຜັນຂະຫຍາຍຈະສະດວກກວ່າ ແລະ ມີປະສິດທິຜົນກວ່າ”.
ສ່ວນພັນຕີ Andi Rio Indra Saputra, ຫົວໜ້າກອງຝຶກແອບ, ສູນຝຶກແອບຕຳຫຼວດຮັກສາສັນຕິພາບ, ຕຳຫຼວດແຫ່ງຊາດ ອິນໂດເນເຊຍ, ຖືວ່າ:
“ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ຂ້າພະເຈົ້າຄິດວ່າ ແມ່ນພວມກ້າວໄປຢ່າງຖືກທິດ, ເຊິ່ງເປັນທິດທາງທີ່ດີເພື່ອໃຫ້ໂລກເຫັນໄດ້ວິໄສທັດຂອງ ຫວຽດນາມ ຕໍ່ຄະນະປະຕິບັດງານຮັກສາສັນຕິພາບ”.

