(ທີ່ກອງປະຊຸມຖະແຫຼງຂ່າວ) |
ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຄະນະຈັດຕັ້ງສູນກາງ, ຫ້ອງວ່າການສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງພາຍໃນ ຫວຽດນາມ ໄດ້ສົມທົບກັນຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ແລະ ຜັນຂະຫຍາຍຮູບແບບຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ນັບແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຟ້າມເຕິດທັງ, ຊີ້ແຈ້ງວ່າ:
“ນີ້ແມ່ນເຫດການໃຫຍ່, ມີຄວາມໝາຍປະຫວັດສາດ, ສ້າງພື້ນຖານນິຕິກຳຢ່າງໝັ້ນແກ່ນໃຫ້ແກ່ການຈັດຕັ້ງ, ເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ ຕາມຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຄັ້ງທຳອິດທີ່ໄດ້ຈັດຢູ່ ຫວຽດນາມ, ຮັບໃຊ້ການປະຕິບັດບັນດາແຜນນະໂຍບາຍໃຫຍ່ຂອງພັກ, ລັດ ກ່ຽວກັບການພັດທະນາປະເທດຊາດໃນທຸກຂົງເຂດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງເຂົ້າກັບສາກົນ. ເປົ້າໝາຍແມ່ນ ສ້າງອຳນາດການປົກຄອງຕາມທິດໃກ້ຊິດຕິດແທດກັບປະຊາຊົນ, ຮັບໃຊ້ປະຊາຊົນເປັນຢ່າງດີກວ່າ; ພ້ອມກັນນັ້ນ, ກໍ່ເປີດໂສມໜ້າໃໝ່ໃນການພັດທະນາ ຫວຽດນາມ ດ້ວຍວິໄສທັດອັນຍາວໄກ, ໜ້ອຍສຸດແມ່ນຮອດ 100 ປີຈະມາເຖິງ”.
ພິເສດ, ແກ້ໄຂຄວາມຂ້ອງໃຈຂອງຜູ້ຕາງໜ້າສື່ມວນຊົນຕ່າງປະເທດຕໍ່ເລື່ອງທີ່ວ່າ ອາດຈະມີໄລຍະຂາດວັກຂາດຕອນໃດໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ຂອງບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ ຍ້ອນການສັບຊ້ອນກົງຈັກອຳນາດການປົກຄອງໃໝ່ຫຼືບໍ່. ຕາມຂໍ້ມູນຈາກກົມສະຖິຕິ (ກະຊວງການເງິນ ຫວຽດນາມ) ແລ້ວ, ເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຫວຽດນາມ ໃນ 5 ເດືອນຕົ້ນປີ 2025 ໄດ້ເພີ່ມຂຶ້ນ 51% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ບັນລຸເກືອບ 18,4 ຕື້ USD. ທ່ານຮອງລັດຖະມົນຕີກະຊວງການເງິນ ໂຮ່ຊີ້ ໃຫ້ຮູ້ວ່າ, ນີ້ແມ່ນສິ່ງພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ຢ່າງຈະແຈ້ງ.

