ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko (ພາບ: Ria Novosti) |
ວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄົບຄະນະເວທີປາໄສເສດຖະກິດ ອາຊີ - ເອີລົບ (EAEU) ຈັດຂຶ້ນຢູ່ນະຄອນຫຼວງ Minsk ຂອງ ເບລາຣຸດ, ບັນດາການນຳ ສະຫະພັນ ເສດຖະກິດ ອາຊີ - ເອີລົບ ໄດ້ຍົກອອກຖະແຫຼງການສຳຄັນກ່ຽວກັບການກຳນົດທິດພັດທະນາອະນາຄົດ ແລະ ບັນດາສິ່ງທ້າທາຍໃນປັດຈຸບັນຂອງ ກຸ່ມ.
ກ່າວຄຳເຫັນຢູ່ວາລະປະຊຸມຄົບຄະນະ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ເນັ້ນໜັກເຖິງ ຄວາມສາມາດບົ່ມຊ້ອນຂອງ ສະຫະພັນ ເສດຖະກິດ ອາຊີ - ເອີລົບ (EAEU) ຍັງບໍ່ທັນໄດ້ຮັບການຂຸດຄົ້ບຢ່າງຄົບຖ້ວນ, ອັດຕາສ່ວນໃນຕະຫຼາດຂອງກຸ່ມໃນພື້ນຖານເສດຖະກິດທົ່ວໂລກຕ້ອງເພີ່ມຂຶ້ນທົບສອງເທົ່າ. ເບລາຣຸດ ສະເໜີຕ້ອງຍູ້ໄວການສ້າງຕະຫຼາດການເງິນລວມ ແລະ ເປີດກວ້າງເຄືອຂ່າຍຂົນສົ່ງ - ພະລາທິການ ເພື່ອ EAEU ກາຍເປັນສູນສົ່ງຕໍ່ທົ່ວໂລກ.
ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ການສ້າງສະຫະພັນ ເສດຖະກິດ ອາຊີ - ເອີລົບ (EAEU) ບັນລຸໄດ້ບັນດາບາດກ້າວຫຼາຍພໍສົມຄວນພາຍຫຼັງ 10 ປີແຫ່ງການສ້າງຕັ້ງ, ກາຍເປັນສະມາຄົມເຊື່ອມໂຍງເສດຖະກິດທີ່ມີປະສິດທິຜົນ.

