ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຫຼຽນໄຊແຮງງານໃຫ້ແກ່ນັກຮຽນ

ຕອນເຊົ້າວັນທີ 12 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ, ຮອງປະທານຜູ້ທີ 1 ສະພາແຂ່ງຂັນການຍ້ອງຍໍຊົມເຊີຍ ສູນກາງ ໄດ້ພົບປະ ແລະ ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ນັກຮຽກ 24 ຄົນ ທີ່ມີຜົນງານດີເດັ່ນໃນບັນດາການແຂ່ງຂັນ Olympic ສາກົນ ໃນວິຊາຕ່າງໆ ແລະ ການເສັງຄົ້ນຄວ້າວິທະຍາສາດເຕັກນິກສາກົນປີ 2025.

ປີ 2025 ນີ້, ຫວຽດນາມ ມີ 7 ຄະນະນັກຮຽນເຂົ້າຮ່ວມການເສັງ Olympic ສາກົນ ແລະ ພາກພື້ນ, ດ້ວຍການເຂົ້າຮ່ວມຂອງນັກຮຽນ 37 ເທື່ອຄົນ. ນັກຮຽນທັງໝົດຂອງ ຫວຽດນາມ ທີ່ເຂົ້າຮ່ວມການເສັງລ້ວນແຕ່ຄວ້າໄດ້ລາງວັນ, ລວມມີ: ຫຼຽນຄຳ 13 ຫຼຽນ, ຫຼຽນເງິນ 16 ຫຼຽນ, ຫຼຽນທອງ 08 ຫຼຽນ.

ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຫຼຽນໄຊແຮງງານ ກ່າວຄຳເຫັນທີ່ການພົບປະ

ໃນໄລຍະຈະມາເຖິງ, ທ່ານຮອງປະທານປະເທດ ສະເໜີໃຫ້ຂະແໜງການສຶກສາຕ້ອງນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການ, ແບບວິທີບໍລິຫານ; ສ້າງຖັນແຖວຄູອາຈານທີ່ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ, ມີຄຸນສົມບັດ, ມີຄວາມຄາດຫວັງຢາກອຸທິດສ່ວນ; ສ້າງສະພາບແວດລ້ອມ ແລະ ກຳລັງໜູນເພື່ອໃຫ້ລຸ້ນໜຸ່ມພັດທະນາຢ່າງຮອບດ້ານ, ກາຍເປັນແຫຼ່ງກຳລັງທີ່ຍອດຍິ່ງ, ເປັນເຈົ້າຂອງອະນາຄົດຂອງປະເທດຊາດ.