ພາຍຫຼັງ ອິດສະລາແອັນ ແລະ ອີຣານ ເຫັນດີເປັນເອກະພາບຕໍ່ຄຳສັ່ງຢຸດຍິງຢ່າງເປັນທາງການທີ່ມີຜົນສັກສິດແຕ່ຕອນເວລາ 7 ໂມງເຊົ້າຂອງວັນທີ 24 ມິຖຸນາ (ຕາມເວລາອິດສະລາແອັນ), ການນຳບັນດາປະເທດ ສືບຕໍ່ຮຽກຮ້ອງໃຫ້ສອງຝ່າຍຮັກສາຂໍ້ຕົກລົງນີ້.
ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອີຣານ Masoud Pezeshkian ໃນວັນທີ 25 ມິຖຸນາ, ທ່ານປະທານາທິບໍດີ ເອຢິບ Abdel-Fattah El-Sisi ໃຫ້ຄຳໝັ້ນສັນຍາຈະສືບຕໍ່ບັນດາຄວາມມານະພະຍາຍາມຊຸກຍູ້ການຮັກສາຄຳສັ່ງຢຸດຍິງ ລະຫວ່າງ ອິດສະລາແອັນ ແລະ ອີຣານ.
ໃນວັນດຽວກັນ, ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກັບທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu,ການນຳຝລັ່ງໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເຖິງລະດັບຄວາມສຳຄັນຂອງທຸກຝ່າຍຕ້ອງເຄົາລົບຄຳສັ່ງຢຸດຍິງ ແລະ ຢັ້ງຢືນເປົ້າໝາຍລວມຂອງສອງປະເທດແມ່ນ “ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍ”.
ກ່າວຄຳເຫັນຕໍ່ກອງປະຊຸມຂອງບັນດາປະເທດອຸດສາຫະກຳພັດທະນາກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ຢູ່ໂຮນລັງ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Takeshi Iwaya ຢັ້ງຢືນວ່າ ລັດຖະບານ ຍີ່ປຸ່ນ ຈະສົມທົບກັບບັນດາຄູ່ຮ່ວມມືອື່ນໆ ແລະ ປະຊາຄົມສາກົນ ເພື່ອສືບຕໍ່ປະຕິບັດ ບັນດາຄວາມມານະພະຍາຍາມທາງການທູດທີ່ຈຳເປັນ ໃນບັນຫາພາກພື້ນຕາເວັນອອກກາງ.
ກະຊວງການຕ່າງປະເທດ ສ.ເກົາຫຼີໄດ້ອອກຖະແຫຼງການຊົມເຊີຍເລື່ອງ ອິດສະລາແອັນ ແລະ ອີຣານບັນລຸໄດ້ຂໍ້ຕົກລົງຢຸດຍິງ, ພ້ອມທັງຢັ້ງຢືນດ້ວຍຖານະບົດບາດໃນປັດຈຸບັນ ແມ່ນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ສ.ເກົາຫຼີຈະສືບຕໍ່ເຂົ້າຮ່ວມບັນດາຄວາມມານະພະຍາມສາມກົນເພື່ອຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ.
