|
ວັນທີ 24 ທັນວາ, ຜູ້ນຳໜ້າກຸ່ມ Hayat Tahrir al – Sham (HTS) ກຳອຳນາດໃນປັດຈຸບັນຂອງ ຊີຣີ, ທ່ານ Ahmed al – Sharaa, ໄດ້ພົບປະກັບການນຳຂອງບັນດາພັກຝ່າຍການທະຫານອື່ນໆຂອງປະເທດນີ້. ໃນການພົບປະຢູ່ນະຄອນຫຼວງ ເຮເຮຣານ ຂອງ ອີຣານ, ບັນດາຝ່າຍໄດ້ເຫັນດີຍຸບເລີກທຸກພັກຝ່າຍ ແລະ ໂຮມເຂົ້າກັນ, ພ້ອມກັນເຄື່ອນໄຫວເປັນເອກະພາບພາຍໃຕ້ສິດຄວບຄຸມຂອງກະຊວງປ້ອງກັນປະເທດ. ສຳນັກຂ່າວສານແຫ່ງລັດ ຊີຣີ (SANA) ລົງບົດຂຽນ ໂດຍຊີ້ແຈ້ງວ່າ ນີ້ແມ່ນຖະແຫຼງການຈາກອຳນາດການປົກຄອງຊົ່ວຄາວ ຊີຣີ, ແຕ່ບໍ່ສະໜອງຂໍ້ມູນລະອຽດເພີ່ມເຕີ່ມກ່ຽວກັບກອງປະຊຸມ ກໍຄື ຂໍ້ຕົກລົງຂອງບັນດາຝ່າຍ.
ກໍໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງພາຍໃນ ຕວັກກີ Ali Yerlikaya ໃຫ້ຮູ້ວ່າ ປະເທດນີ້ ໄດ້ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ຊີຣີ ກວ່າ 25.000 ຄົນ ທີ່ສະໝັກໃຈກັບຄືນເມືອປະເທດໃນ 15 ວັນຜ່ານມາ, ສ້າງຂີດໝາຍເພີ່ມຂຶ້ນທົບ 7 ເທົ່າ ເມື່ອທຽບໃສ່ລະດັບປົກກະຕິໃນຊຸມປີຜ່ານມາ.

