ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເຮັດວຽກກັບປະທານສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC) |
ໃນຂອບເຂດການປະຕິບັດງານຢູ່ ອາເມລິກາ, ວັນທີ 09 ມິຖຸນາ, ຢູ່ ວໍຊິງຕັນ D.C, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເຮັດວຽກກັບທ່ານ Jeffrey Perlman, ປະທານກອງທຶນ Warburg Pincus ທັງເປັນປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC).
ໃນການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ USABC ແລະ ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນການເຈລະຈາສັນຍາການຄ້າສົມທົບລະຫວ່າງສອງປະເທດ, ພ້ອມທັງສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນ, ໂອກາດລົງທຶນ - ດຳເນີນທຸລະກິດຢູ່ ຫວຽດນາມ ເຖິງບັນດາຄູ່ຮ່ວມມື ອາເມລິກາ.
ສຳລັບຝ່າຍ USABC, ທ່ານ Jeffrey Perlman ໃຫ້ຮູ້ວ່າ Warburg Pincus ໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ ຫວຽດນາມ ແລະ ຈະມີສຽງເວົ້າທີ່ຕັ້ງໜ້າ ເພື່ອສະໜັບສະໜູນ ຫວຽດນາມ ໃນການຊຸກຍູ້ການພົວພັນເສດຖະກິດ - ການຄ້າສອງຝ່າຍ.
ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບການນຳ ສະຫະສະມາຄົມຕຳແຜ່ນຕັດຫຍິບ, ເກີບ ອາເມລິກາ (AAFA) ແລະ ບັນດາວິສາຫະກິດຕັດຫຍິບ, ເກີບໜັງແຖວໜ້າຂອງ ອາເມລິກາ.
ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

