(ທະຫານຊາຍແດນໄດ້ລະດົມກຳລັງເພື່ອໜູນຊ່ວຍຮັບມືກັບພາຍຸ, ຝົນຕົກ) |
ພາຍຸ Bualoi ພັດຖະຫຼົ່ມພາກກາງ ຫວຽດນາມ ໃນຕອນເຊົ້າວັນທີ 29 ກັນຍາ. ພາຍຸໄດ້ສົ່ງຜົນສະທ້ອນໂດຍກົງເຖິງບັນດາແຂວງຈາກ ແທັງຮວາ ຫາ ເຫ້ວ, ມີຫຼາຍເຂດເກີດຝົນຕົກໜັກໃນວັນທີ 27 ແລະ 28 ກັນຍາ, ໂດຍສະເພາະແມ່ນຢູ່ ກວາງຈິ້, ເຫ້ວ, ດ່ານັ້ງ ແລະ ແທັງຮວາ. ພາຍຸ, ຝົນຕົກ, ນ້ຳແກ່ງຖ້ວມໄດ້ເຮັດໃຫ້ຢ່າງໜ້ອຍສຸດມີເສຍຊີວິດ ແລະ ຫາຍສາບສູນ 5 ຄົນ.
ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຊັນປະກາດໃຊ້ໂທລະເລກທາງການກ່ຽວກັບການສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຈາກພາຍຸ Bualoi ແລະ ສະພາບຝົນຕົກ, ນ້ຳແກ່ງຖ້ວມພາຍຫຼັງພາຍຸ. ໂທລະເລກຊີ້ແຈ້ງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເດັດດ່ຽວຜັນຂະຫຍາຍວຽກງານຮັບມື ເພື່ອຮັບປະກັນຄວາມປອດໄພທາງຊີວິດອິນຊີໃຫ້ແກ່ປະຊາຊົນ, ຈຳກັດຄວາມເສຍຫາຍດ້ານຊັບສິນຂອງປະຊາຊົນ ແລະ ຂອງລັດ.
ວັນທີ 28 ກັນຍາ, ທະຫານຊາຍແດນນະຄອນ ເຫ້ວ ໄດ້ລະດົມກຳລັງ, ພາຫະນະຢ່າງສຸດຂີດ ເພື່ອໜູນຊ່ວຍປະຊາຊົນຮັບມືກັບພາຍຸ, ຝົນຕົກ. ທ່ານພັນເອກ ເຈິ່ນມິນຕວ່ານ, ຫົວໜ້າເສນາທິການທະຫານປ້ອງກັນຊາຍແດນນະຄອນ ເຫ້ວ, ໃຫ້ຮູ້ວ່າ:
“ກອງບັນຊາການທະຫານຊາຍແດນໄດ້ຊີ້ນຳໃຫ້ກຳລັງລົງໄປບໍລິເວນ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງຕຳຫຼວດ, ທະຫານລາດປ້ອງກັນຕົວບັນດາຕາແສງ, ເພື່ອໜູນຊ່ວຍປະຊາຊົນ. ໄລ່ຮອດເວລາ 17 ໂມງຂອງວັນທີ 28 ກັນຍາ, ພະນັກງານ, ນັກຮົບ, ອຳນາດການປົກຄອງນະຄອນ, ບັນດາກຳລັງໄດ້ຍົກຍ້າຍ 1.428 ຄອບຄົວ, ກວ່າ 4.820 ຄົນໄປເຂດຫຼີກລ້ຽງພາຍຸ, ຮັບປະກັນຄວາມປອດໄພ”.
ຕາມການລາຍງານໂດຍໄວຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄລ່ຮອດເລວາ 12 ໂມງຂອງວັນທີ 29 ກັນຍາ, ພາຍຸ Bualoi ແລະ ຝົນຕົກໜັກໄດ້ເຮັດໃຫ້ມີ 11 ຄົນເສຍຊີວິດ, 13 ຄົນຫາຍຊາບສູນ ແລະ 8 ຄົນຕິດຕໍບໍ່ໄດ້, 33 ຄົນຖືກບາດເຈັບ, ມີເຮືອນຊານ, ຮາກຖານການຜະລິດດຳເນີນທຸລະກິດຫຼາຍແຫ່ງຖືກລົມພັດເລີກຫຼັງຄາ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ.

