(ລາວກາຍ ເລີ່ມທົດລອງເຄື່ອນໄຫວລະບົບການເມືອງໃໝ່ແຕ່ວັນທີ 17 ມິຖຸນາ) |
48/48 ຈຳນວນຕາແສງ (ໃໝ່) ຢູ່ແຂວງ ລາວກາຍ ເລີ່ມທົດລອງເຄື່ອນໄຫວລະບົບການເມືອງໃໝ່ແຕ່ວັນທີ 17 ມິຖຸນາ ເພື່ອກະກຽມໃຫ້ຈຸດເວລາເຄື່ອນໄຫວເປັນທາງການໃນວັນທີ 01 ກໍລະກົດ. ຢູ່ ລາວກາຍ, ໃນມື້ລົດທອງທຳອິດ, 4 ຕາແສງໃໝ່ຂອງນະຄອນໄດ້ປະຕິບັດໜ້າທີ່ຈຳນວນໜຶ່ງ, ຄື: ຂໍຄຳເຫັນຂອງປະຊາຊົນ, ການສະເໜີ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ບົກຜ່ອງໃນການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ… ທ່ານ ຫງວຽນວັນເຍິດ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ລາວກາຍ, ແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ໄລ່ຮອດຈຸດເວລານີ້, ພວກຂ້າພະເຈົ້າຕອບສະໜອງບັນດາເນື້ອໃນໄດ້ໂດຍພື້ນຖານ, ທຸກວຽກງານກະກຽມເປັນຢ່າງດີ, ພິເສດແມ່ນພື້ນຖານວັດຖຸ. ຈິດໃຈຂອງພໍ່ແມ່ປະຊາຊົນ ແລະ ພະນັກງານລ້ວນແຕ່ມີຄວາມປິຕິຊົມຊື່ນຕໍ່ການປ່ຽນແປງໃໝ່, ຄວາມຕັດສິນໃຈສູງສຸດເພື່ອປະຕິບັດສຳເລັດໜ້າທີ່ຂອງພັກ, ລັດ ມອບມາຍໃຫ້”.
ວັນທີ 17 ມິຖຸນາ, ການນຳແຂວງ ບິ່ງດິ້ງ (ໂຮມເຂົ້າແຂວງ ຢາລາຍ) ໃຫ້ຮູ້ວ່າ, ທາງແຂວງຈະເຄື່ອນໄຫວທົດລອງ 58 ຕາແສງໃໝ່ພ້ອມດຽວກັນໃນວັນທີ 20 ມິຖຸນາ, ໃນນັ້ນ, ສຸມໃສ່ເຂົ້າໃນການແກ້ໄຂລະບຽບການບໍລິຫານ, ເຄື່ອນໄຫວຊອບແວຄຸ້ມຄອງເອກະສານ ແລະ ບັນດາລະບົບເອເລັກໂຕນິກຮັບໃຊ້ການບໍລິຫານ.
ຄາດວ່າ, ແຕ່ວັນທີ 21 – 23 ມິຖຸນາ, ນະຄອນ ດ່ານັ້ງ ຈະສົມທົບກັບແຂວງ ກວາງນາມ ຈັດການທົດລອງເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ 6 ຕາແສງໃໝ່.

