ບັນດາຊາວໜຸ່ມ ເຍົາວະຊົນ ອາຊຽນ ທີ່ຕາງໜ້າໃຫ້ແກ່ ຫຼາຍຮູບແບບວັດທະນະທຳ ແລະ ສາສະໜາ ມາຈາກບັນດາປະເທດໃນພາກພື້ນ ເຂົ້າຮ່ວມບັນດາການເຄື່ອນໄຫວ ເປັນເວລາ 6 ມືື້ ຢູ່ຈັກກາຕາ, ຢອກຢາກາຕາ ແລະ ບາຫຼີ ດ້ວຍບັນດາການເຄື່ອນໄຫວ ພົບປະແລກປຽນໂດຍກົງ ຄື ການສົນທະນາ, ປຶກສາຫາລື ແລະ ປະຊຸມສຳມະນາ. ບັນດາສະມາຊິກ ກໍ່ໄດ້ໄປທັດສະນະສຶກສາຢູ່ບັນດາສະຖານທີ່ວັດທະນະທຳ ແລະ ສາສະໜາທີ່ລືຊື່ຂອງ ອິນໂດເນເຊຍ ຄື: ໂບດ ອິດສະລາມ Istiqlal ແລະ ໂບດ ຄຣິສ ຢູ່ຈັກກາຕາ, ວິຫານ Borobudur, Prambanan ແລະ ໂບດ ອິດສະລາມ Kotagede Mataram ຢູ່ ຢອກຢາກາຕາ; ວິຫານ Besakih ແລະ ໝູ່ບ້ານ Dalung ຢູ່ ບາຫຼີ… ເຂົາເຈົ້າກໍ່ໄດ້ມີໂອກາດສົນທະນາ ກັບບັນດານັກຮຽນຮູ້ ແລະ ນັກສຶກສາ ທີ່ມະຫາວິທະຍາໄລ Gadjah Mada, ຢອກຢາກາຕາ ແລະ ມະຫາວິທະຍາໄລ Hindu Indonesia, Denpasar.