(ທ່ານພັນເອກ ເຈິ່ນງອັກຕວັນ, ຫົວໜ້າຄະນະບໍລິຫານກຸ່ມບັນດານັກປະມູນ) |
ວັນທີ 06 ກໍລະກົດ, ເຄື່ອງ rotor, ແມ່ນສ່ວນໜຶ່ງທີ່ສຳຄັນຂອງໜ່ວຍເຄື່ອງຈັກກະຈາຍໄຟຟ້າເລກ 1 (ມີກຳລັງການຜະລິດ 240 MW) ໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກວ້າງໄດ້ຕິດຕັ້ງສຳເລັດ, ສ້າງພື້ນຖານເພື່ອໃຫ້ໜ່ວຍເຄື່ອງຈັກກະຈາຍໄຟຟ້າເລກ 1 ຂອງໂຄງການເຄື່ອນໄຫວກົງກັບເວລາສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ.
ເພື່ອບັນລຸໄດ້ຜົນສຳເລັດດັ່ງກ່າວກໍ່ແມ່ນຍ້ອນຄວາມມານະພະຍາຍາມຂອງພະນັກງານ, ກຳມະກອນນັບພັນຄົນທີ່ອອກແຮງງານຢູ່ກິດຈະກຳດັ່ງກ່າວ. ທ່ານພັນເອກ ເຈິ່ນງອັກຕວັນ, ຫົວໜ້າຄະນະບໍລິຫານກຸ່ມບັນດານັກປະມູນ, ໃຫ້ຮູ້ວ່າ:
“ພາຍຫຼັງຕິດຕັ້ງໜ່ວຍເຄື່ອງຈັກເລກ 1 ສຳເລັດ, ກຸ່ມນັກປະມູນພວກຂ້າພະເຈົ້າຈະສືບຕໍ່ຕິດຕັ້ງໜ່ວຍເຄື່ອງຈັກເລກ 2. ປະຈຸບັນ, ພາຍໃຕ້ການຊີ້ນຳຂອງກຸ່ມບໍລິສັດ EVN ແລະ ຜູ້ຕາງໜ້າເຈົ້າຂອງລົງທຶນ, ພວກຂ້າພະເຈົ້າໄດ້ຢັ້ນຢືນວ່າ ວັນທີ 19 ສິງຫາ ຈະມີເງື່ອນໄຂຢ່າງພຽງພໍເພື່ອກະຈາຍໄຟຟ້າສຳລັບໜ່ວຍເຄື່ອງຈັກເລກ 1. ປະລິມານໜ້າວຽກທີ່ຍັງເຫຼືອກໍ່ໃຫຍ່ຫຼວງຢູ່, ປະຈຸບັນ ກຸ່ມນັກປະມູນກໍ່ຈະສຸມໃສ່ແກ້ໄຂບັນດາວຽກງານພື້ນຖານ”.
ໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກວ້າງລວມມີ 2 ໜ່ວຍເຄື່ອງຈັກ, ມີກຳລັງການຜະລິດ 480 MW. ພາຍຫຼັງສ້າງສຳເລັດ, ປະລິມານການຜະລິດໄຟຟ້າລະເລ່ຍແຕ່ລະປີແມ່ນປະມານ 490 ລ້ານ kWh, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ກ່ຽວກັບການເພີ່ມທະວີຄວາມສາມາດເຄື່ອນໄຫວຂອງລະບົບໄຟຟ້າພາກເໜືອ.

