ທິມກິລາ Canoeing
(ພາບ: laodong.vn)

ກິລາ ຫວຽດນາມ ໄດ້ຮັບຂ່າວດີເມື່ອທິມກິລາ Canoeing ຄວ້າໄດ້ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະ ຫຼຽນທອງ 6 ຫຼຽນທີ່ການແຂ່ງຂັນສາກົນສຳຄັນ 3 ຄັ້ງ, ລວມມີ: ງານແຂ່ງຂັນຊິງຊະນະເລີດນັກກິລາໜຸ່ມ ອາຊີ, ງານແຂ່ງຂັນຊິງຊະນະເລີດ U23 ອາຊີ ແລະ ງານແຂ່ງຂັນຊິງຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ຈັດຂຶ້ນຢູ່ ໄທ ແຕ່ວັນທີ 09 – 15 ມິຖຸນາ. ນີ້ແມ່ນຜົນງານທີ່ໜ້າປະທັບໃຈ, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ຄຸນນະທາດຂອງບັນດານັກກິລາພາຍເຮືອ ຫວຽດນາມ ເທົ່ານັ້ນ, ຫາກຍັງພິສູດໃຫ້ເຫັນທິດລົງທຶນຍຸດທະສາດຂອງຂະແໜງກິລາ ຫວຽດນາມ ອີກດ້ວຍ.

Canoeing ຫວຽດນາມ ພວມມີບັນດາບາດກ້າວທີ່ໝັ້ນຄົງໃນການເດີນທາງຢັ້ງຢືນທີ່ຕັ້ງຢູ່ພາກພື້ນ ແລະ ມຸ່ງໄປເຖິງການເຂົ້າຮ່ວມ Asian Games ຫຼື Olympic.