ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານ Emmanuel Bonne, ທີ່ປຶກສາດ້ານການທູດຂອງປະທານາທິບໍດີ ຝລັ່ງ
(ພາບ: ຊິນຮວາ)

ວັນທີ 14 ທັນວາ, ຈີນ ແລະ ຝລັ່ງ ໄດ້ຈັດການເຈລະຈາຍຸດທະສາດຄັ້ງທີ 26 ຢູ່ນະຄອນຫຼວງ ປັກກິ່ງ, ຈີນ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານ Emmanuel Bonne, ທີ່ປຶກສາດ້ານການທູດຂອງປະທານາທິບໍດີ ຝລັ່ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫວາງອີ ຢືນຢັນວ່າ, ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຝລັ່ງ ນຳການພົວພັນ 2 ຝ່າຍສືບຕໍ່ກາຍເປັນກຳລັງທີ່ກ້າວໜ້ານຳພາການພັດທະນາຂອງການພົວພັນ ຈີນ - ເອີລົບ, ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງໂລກ.

ໃນບັນຫາເສດຖະກິດ, ການຄ້າລະຫວ່າງ ຈີນ ແລະ ອີຢູ, ທ່ານ ຫວາງອີ ຢືນຢັນວ່າ, ສົງຄາມການຄ້າຈະພຽງແຕ່ພາໄປເຖິງສະພາບ “ພ້ອມກັນປະລາໄຊ”, ພ້ອມທັງຮຽກຮ້ອງໃຫ້ ເອີລົບ ຊອກຫາທ່າທີມີລັກສະນະສ້າງສັນ ແລະ “ຊອກຫາມາດຕະການທີ່ທັງ 2 ຝ່າຍລ້ວນແຕ່ຍ້ອມຮັບໄດ້” ຜ່ານການເຈລະຈາ. ສ່ວນທ່ານ Emmanuel Bonne, ໃຫ້ຮູ້ວ່າ, ຝລັ່ງ ບໍ່ສະໜັບສະໜູນສົງຄາມການຄ້າ ແຕ່ສະໜັບສະໜູນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ເອີລົບ ແລະ ຈີນ.