ຕາມຖະແຫຼງການຮ່ວມ, ແຜນການກະທຳຮ່ວມ ໄລຍະ 2026-2030 ຈະສຸມໃສ່ 8 ຂົງເຂດບູລິມະສິດ, ໃນນັ້ນຈະມີການກຳຈັດຂີ້ເຫຍື້້ອປຣາດສະຕິກເສດເຫຼືອ. ລັດຖະມົນຕີສິ່ງແວດລ້ອມ ແລະ ຊີວະພາບ ຈີນ ທ່ານ Huang Runqiu ໄດ້ຢັ້ງຢືນຈະຊຸກຍູ້ການຮ່ວມມືສາກົນ ເພື່ອແນໃສ່ການຮັບມືກັບບັນດາຜົນກະທົບທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ. ລັດຖະມົນຕີກະຊວງສິ່ງແວດລ້ອມ ຍີ່ປຸ່ນ ທ່ານ ກີຊິໂຣ ອາຊາວ (Keiichiro Asao) ໃຫ້ຮູ້ວ່າ ຍີ່ປຸ່ນ ສາມາດປະກອບສ່ວນເຂົ້າໃນຄວາມພະຍາຍາມລວມໂດຍການສະໜອງຂໍ້ມູນການປ່ອຍອາຍພິດເຮືອນແກ້ວຢ່າງໂປ່ງໃສ, ໂດຍການນຳໃຊ້ເຕັກໂນໂລຊີວັດແທກຜ່ານດາວທຽມ. ສ່ວນລັດຖະມົນຕີກະຊວງສີ່ງແວດລ້ອມ ສ. ເກົາຫຼີ ທ່ານ ຄີມສຸງຫວານ (Kim Sung Hwan) ກໍ່ເນັ້ນໜັກ ຄວາມຈຳເປັນທີ່ຈະຕ້ອງຫັນປ່ຽນໄປສູ່ສັງຄົມທີ່ຫຼຸດຜ່ອນການນໍາໃຊ້ເຊື້ອໄຟຟອກຊິວລະດັບສູງສຸດ .
ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ໄດ້ຮັບຮອງເອົາແຜນການ 5 ປີ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) - ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເປັນເອກະພາບຮ່ວມມືກັນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບການຮັບຮອງເອົາແຜນການກະທຳຮ່ວມໃນ 5 ປີຈະມາເຖິງ. ບັນດາລັດຖະມົນຕີສິ່ງແວດລ້ອມຂອງ 3 ປະເທດ ບັນລຸໄດ້ຄວາມເຫັນດີ ຢູ່ ກອງປະຊຸມສາມຝ່າຍ ທີ່ຈັດຂື້ນຢູ່ ນະຄອນ ຢານໄຖ, ແຂວງ ຊານຕົງ, ສປ ຈີນ.
