ວັນທີ 03 ທັນວາ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງເສດຖະກິດ ອາເມລິກາ ໃນປີຈະມາເຖິງ ແລະ ເຜີຍໃຫ້ຮູ້ວ່າ ຈີນ ພວມຄ່ອຍໆກ້າວໄປເຖິງເລື່ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ.
ກ່າວຄຳເຫັນທີ່ກອງປະຊຸມ DealBook ຂອງໜັງສືພິມ New York Times, ທ່ານ Bessent ຢືນຢັນວ່າ ຈີນ ພວມກ້າວເຂົ້າໃກ້ກັບເລື່ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງດ້ານການຄ້າ 2 ຝ່າຍ, ລວມມີເລື່ອງຊື້ຖົ່ວເຫຼືອງ 12 ລ້ານໂຕນ - ສິ່ງທີ່ທ່ານໄດ້ຄາດຄະເນວ່າຈະປະຕິບັດສຳເລັດໃນທ້າຍເດືອນ ກຸມພາ 2026.
ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ສານສູງສຸດ ອາເມລິກາ ຈະຮັກສາຮັກລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາອັດຕາພາສີກວ້າງຂວາງທີ່ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພວມຈັດວາງຕໍ່ສິນຄ້າຂອງເກືອບທຸກປະເທດ ຕາມກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນສາກົນ (IEEPA).
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
