(ພາບປະກອບ: REUTERS/Dado Ruvi)

ວັນທີ 27 ມິຖຸນາ, ໂຄສົກກະຊວງການຄ້າ ຈີນ ໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້ ບັນດາກຸ່ມປະຕິບັດງານດ້ານເສດຖະກິດ ແລະ ການຄ້າຂອງປະເທດນີ້ ແລະ ອາເມລິກາ ໄດ້ຢັ້ງຢືນລາຍລະອຽດຕື່ມອີກກ່ຽວກັບຂອບປະຕິບັດຂໍ້ຕົກລົງເຫັນດີເຫັນພ້ອມສຳຄັນ ເຊິ່ງບັນດາການນຳ 2 ປະເທດບັນລຸໄດ້ໃນການໂອ້ລົມທາງໂທລະສັບໃນວັນທີ 05 ມິຖຸນາ ຜ່ານມາ, ພ້ອມກັນນັ້ນ, ປັບປຸງບັນດາໝາກຜົນຂອງການເຈລະຈາດ້ານເສດຖະກິດ ແລະ ການຄ້າຢູ່ ເຊີແນວ, ປະເທດ ສະວິດ.

ກະຊວງດັ່ງກ່າວຍັງໃຫ້ຮູ້ຕື່ມອີກວ່າ, ຈີນ ຈະພິຈາລະນາ ແລະ ອະນຸມັດຜ່ານໃບຄຳຮ້ອງຂໍສົ່ງອອກບັນດາປະເພດສິນຄ້າທີ່ໄດ້ຄວບຄຸ້ມ ໃນຂະນະທີ່ ອາເມລິກາ ຈະຍົກເລີກມາດຕະການຈຳກັດສຳລັບ ຈີນ ຈຳນວນໜຶ່ງ.