ວັນທີ 21 ພະຈິກ, ກວ່າ 30 ປະເທດໄດ້ເຊັນໃນໜັງສືປະຕິເສດເອກະສານແຜນຮ່າງໂດຍປະເທດເຈົ້າພາບ ບຣາຊິນ ຍົກອອກມາ ທີ່ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ພວມຈັດຂຶ້ນຢູ່ນະຄອນ Belém.

ໃນໜັງສືຄັດຄ້ານ, ບັນດາປະເທດມາຈາກ ເອີລົບ, ອາເມລິກາ ລາຕິນ, ອາຊີ ແລະ ຫຼາຍປະເທດເກາະ ປາຊີຟິກ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສາມາດຍອມຮັບໝາກຜົນ COP ທີ່ຂາດແຜນການໃຫ້ແກ່ການຫັນປ່ຽນພະລັງງານດ້ວຍຄວາມຍຸດຕິທຳ ແລະ ເປັນລະບຽບ. ບັນດາປະເທດນີ້ກໍ່ຖືວ່າ ປະຈຸບັນຮ່າງມະຕິບໍ່ຕອບສະໜອງບັນດາມາດຕະຖານຂອງໝາກຜົນກອງປະຊຸມທີ່ໜ້າໄວ້ເນື້ອເຊື່ອໃຈ.

ຄາດວ່າ, COP 30 ຈະສິ້ນສຸດໃນຕອນຄ່ຳວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ແຕ່ເກີດເຫດໄຟໄໝ້ຢູ່ສະຖານທີ່ຈັດກອງປະຊຸມ ເຮັດໃຫ້ວາລະປຶກສາຫາລືໃນວັນທີ 20 ພະຈິກ ຕ້ອງສິ້ນສຸດລົງກ່ອນເວລາກຳນົດ.