ພິທີຕ້ອນຮັບນາມມະຍົດສວນທໍລະນີສາດທົ່ວໂລກ UNESCO ດັກນົງຄັ້ງທີ 2 (ພາບ: TTXVN)

ເດືອນກໍລະກົດປີ 2020, UNESCO ຮັບຮອງເອົາ ສວນທໍລະນີສາດ ດັກນົງ ໂດຍ ແມ່ນສວນທໍລະນີສາດທົ່ວໂລກ. ມາຮອດປັດຈຸບັນ, ພາຍຫຼັງ 4 ປີ, ກໍ່ເປັນຄັ້ງທີ ສອງສວນທໍລະນີສາດດັກນົງໄດ້ຮັບນາມມະຍົດນີ້ ໃນໄລຍະ 2024 – 2027. ເຫດການແມ່ນຂີດໝາຍສຳຄັນ, ບໍ່ພຽງແຕ່ຊ່ວຍ ດັກນົງປັບປຸງຍຸດທະສາດພັດທະນາຕາມຮູບແບບຍືນຍົງເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງຂອງໂຄງການດຳເນີນງານ 2030 ໂດຍ ສປຊ ວາງອອກໃຫ້ປະກົດຜົນເປັນຈິງອີກດ້ວຍ. ໃນນັ້ນ, ສົ່ງເສີມການອະນຸລັກຮັກສາຊັບພະຍາກອນທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ພ້ອມທັງຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ໂດຍອີງຕາມພື້ນຖານກົມກຽວກັບທຳມະຊາດ ແລະ ວັດທະນະທຳທີ່ເປັນມູນເຊື້ອ.