ທະຫານປ້ອງກັນຊາຍແດນ ແຂວງ ເກີນເທີ ກວດສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າ ຂະແມ ເນື່ອງໃນໂອກາດວັນບຸນ Sene Dolta (ພາບ: TTXVN)

ຕອນບ່າຍວັນທີ 19 ກັນຍາ, ທ່ານຮອງເລຂາຄະນະພັກແຂວງ ກາເມົາ ໂຮ່ແທັງຖຸ່ຍ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ບັນດາວັດຂະແມໃນບໍລິເວນແຂວງ ເນື່ອງໃນໂອກາດວັນບຸນ Sene Dolta. ທ່ານ ໂຮ່ແທັງຖຸຍ ຢັ້ງຢືນວ່າ ແຂວງ ກາເມົາ ຍາມໃດກໍເອົາໃຈໃສ່ຜັນຂະຫຍາຍປະຕິບັດບັນດານະໂຍບາຍກ່ຽວກັບສາສະໜາ, ຊົນເຜົ່າ ທີ່ພັກ, ລັດ ໄດ້ວາງອອກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບັນດາເຜົ່າສ່ວນໜ້ອຍເປັນຢ່າງດີ, ໃນນັ້ນ ມີພໍ່ແມ່ພີ່ນ້ອງເຜົ່າ ຂະແມ; ພ້ອມທັງປາດຖະໜາໃຫ້ບັນດາພະມະຫາອາຈານ,ພະອາຈານ ສືບຕໍ່ຮ່ວມເດີນທາງພ້ອມກັບທຸກຂັ້ນ, ທຸກຂະແໜງການໃນການໂຄສະນາ, ຂົນຂວາຍພຸດທະສາສະນິກກະຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ແລະ ທ້ອງຖິ່ນ ໃຫ້ເປັນຢ່າງດີ; ຕັ້ງໜ້າເບິ່ງແຍງຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ; ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ປຸກລະດົມຂົນຂວາຍຄູບາສຳມະເນນ ແລະ ພໍ່ແມ່ພີ່ນ້ອງ ຕັ້ງໜ້າເຂົ້າຮ່ວມຂະບວນການ, ການຂົນຂວາຍຕ່າງໆ, ຮ່ວມແຮງຮ່ວມໃຈສ້າງບ້ານເກີດເມືອງນອນຮັ່ງມີສວຍງາມ.