ວັນທີ 18 ທັນວາ, ທະນາຄານກາງ ເອີລົບ (ECB) ຕັດສິນໃຈຮັກສາບັນດາອັດຕາດອກເບ້ຍຫຼັກແຫຼ່ງຄືເກົ່າ, ພ້ອມທັງ ຍົກການຄາດຄະເນລະດັບການເຕີບໂຕເສດຖະກິດໃນພາກພື້ນນຳໃຊ້ສະກຸນເງິນ euro (Eurozone) ໃນປີ 2025 ແລະ ຊຸມປີຕໍ່ໄປຂຶ້ນ. ຕາມນັ້ນແລ້ວ, ECB ຍັງຮັກສາລະດັບອັດຕາດອກເບ້ຍເງິນຝາກແມ່ນ 2% ນັບແຕ່ເດືອນກໍລະກົດ ຍ້ອນລະດັບເງິນເຟີ້ຂອງ Eurozone ມີຄວາມເປັນປົກກະຕິຢູ່ລະດັບ 2% ເຊິ່ງ ECB ໄດ້ຍົກອອກມາກ່ອນນັ້ນ ແລະ ພື້ນຖານເສດຖະກິດ ເອີລົບ ຖືກຜົນກະທົບຈາກບັນດາມາດຕະການພາສີອາກອນຂອງ ອາເມລິກາ ຕ່ຳກວ່າເມື່ອທຽບໃສ່ກັບການຄາດຄະເນເບື້ອງຕົ້ນ. ພ້ອມກັນນັ້ນ, ECB ກໍ່ໄດ້ດັດປັບເພີ່ມການຄາດຄະເນການເຕີບໂຕເສດຖະກິດຂອງ Eurozone ຂຶ້ນ 1,2% ໃນປີຈະມາເຖິງ ແລະ ໄພເງິນເຟີ້ຄາດວ່າຈະຢູ່ລະດັບ 1,9%.
ECB ຮັກສາດອກເບ້ຍຄືເກົ່າ, ຍົກການຄາດຄະເນການເຕີບໂຕ Eurozone ຂຶ້ນ
(VOVWORLD) - ECB ຍັງຮັກສາລະດັບອັດຕາດອກເບ້ຍເງິນຝາກແມ່ນ 2% ນັບແຕ່ເດືອນກໍລະກົດ ຍ້ອນລະດັບເງິນເຟີ້ຂອງ Eurozone ມີຄວາມເປັນປົກກະຕິຢູ່ລະດັບ 2% ເຊິ່ງ ECB ໄດ້ຍົກອອກມາກ່ອນນັ້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
