ຂໍ້ຕົກລົງດັ່ງກ່າວໄດ້ສ້າງຂີດໝາຍເປັນຄັ້ງທີ 3 ຢ່າງຕໍ່ເນື່ອງທີ່ ECB ໄດ້ຮັກສາລະດັບອັດຕາພາສີ 2% ນັບແຕ່ເດືອນມິຖຸນາ. ວົງການນັກສັງເກດການຖືວ່າ ECB ຈະບໍ່ຟ້າວຟັງຍົກອອກບໍ່ວ່າການປ່ຽນແປງໃດໃນຊ່ວງເວລານີ້.
ປັດຈຸບັນ, ເສດຖະກິດພາກພື້ນສະກຸນເງິນລວມ ເອີຣົບ (Eurozone) ພວມມີຄວາມໝັ້ນທ່ຽງຕໍ່ບັນດາຄວາມເຄັ່ງຕຶງທາງດ້ານການຄ້າທົ່ວໂລກ. ຕາມການຄາດຄະເນໃນເບື້ອງຕົ້ນຂອງອົງການສະຖິຕິ ເອີຣົບ ( Eurostat), ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ Eurozone ເພີ່ມຂຶ້ນ 0,2% ໃນໄຕມາດທີ III ປີ 2025 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ໄພເງິນເຟີ້ຂອງໄຕມາດທີ III ປະມານແຕ່ 2 – 2,2%, ໃກ້ກັບລະດັບເປົ້າໝາຍ 2%.
ໂດຍບໍ່ຫົວຊາຕໍ່ເລື່ອງ ເອີຣົບ ຕ້ອງປະເຊີນໜ້າກັບຄວາມກົດດັນຈາກພາສີອາກອນຂອງ ອາເມລິກາ ແລະ ການປະທະກັນຢູ່ ຢູແກຼນ, ທ່ານນາງ Christine Lagarde ປະທານທະນາຄານ ECB ແລະ ບັນດາເຈົ້າໜ້າທີ່ອື່ນໆຂອງທະນາຄານນີ້ ຍັງໃຫ້ຂໍ້ສັງເກດວ່າ ນະໂຍບາຍເງິນຕາຂອງ Eurozone ພວມຢູ່ໃນ “ທີ່ຕັ້ງທີ່ດີ”.
