ທ່ານລັດຖະມົນຕີການຕ່າງປະເທດ ຊະອຸດີ ອາຣາເບຍ Faisal bin Farhan
(ພາບ: Al-Arabiya)

ນັກການທູດມາຈາກບັນດາປະເທດ ອາຣັບ ແລະ ຝ່າຍຕາເວັນຕົກ ໄດ້ເຂົ້າຮ່ວມກອງປະຊຸມຢູ່ ຊະອຸດີ ອາຣັບບີ ໃນວັນທີ 12 ມັງກອນ, ປຶກສາຫາລືກ່ຽວກັບການຍົກເລີກບັນດາຄຳສັ່ງລົງໂທດຕໍ່ ຊີຣີ, ກໍຄື ສະໜອງບັນດາການໜູນຊ່ວຍທີ່ຈຳເປັນໃຫ້ແກ່ປະເທດນີ້.

ກອງປະຊຸມໂດຍມີການເຂົ້າຮ່ວມຂອງນັກການທູດຫຼາຍປະເທດ, ຄື: ຊະອຸດີ ອາຣາເບຍ, ຊີຣີ, ອາເມລິກາ, ອັງກິດ, ເຢຍລະມັນ, ອີຕາລີ, ສະຫະພາບ ເອີລົບ… ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ກະຊວງການຕ່າງປະເທດ ຊະອຸດີ ອາຣັບບີ ໃຫ້ຮູ້ວ່າ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການຍົກເລີກບັນດາຄຳສັ່ງລົງໂທດສຳລັບ ຊີຣີ, ກໍ່ຄືໜູນຊ່ວຍປະຊາຊົນ ຊີຣີ, ຊ່ວຍເຂົາເຈົ້າສ້າງປະເທດ ອາຣັບ ເອກະພາບ, ເອກະລາດ ແລະ ປອດໄພໃຫ້ແກ່ພົນລະເມືອງທຸກໆຄົນ, ບໍ່ມີລັດທິກໍ່ການຮ້າຍ ແລະ ທຸກການກະທຳລະເມີດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ. ບັນດານັກການທູດເຂົ້າຮ່ວມກອງປະຊຸມ ກໍ່ຊົມເຊີຍບັນດາມາດຕະການຢ່າງຕັ້ງໜ້າ ເຊິ່ງຄະນະການນຳໃໝ່ຂອງ ຊີຣີ ປະຕິບັດ.