ກຳປັ່ນຂົນສົ່ງສິນຄ້າ Dolphin 18
(ພາບ: qdnd.vn)

ວັນທີ 12 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໃຫ້ຮູ້ວ່າ, ຊາວປະມົງ ຫວຽດນາມ 18 ຄົນທີ່ຖືກເຄາະຮ້າຍໄດ້ເຂົ້າເມືອງ ມາເລເຊຍ ກ່ອນນັ້ນໜຶ່ງວັນ ໃນເງື່ອນໄຂສຸຂະພາບດີ. ກຳປັ່ນ Nicolai Maersk, ກຳປັ່ນກູ້ໄພກູ້ຊີບບັນດາຊາວປະມົງ, ໄດ້ຈົດທະບຽນການບໍລິການທີ່ຈຳເປັນເພື່ອໃຫ້ຊາວປະມົງເຂົ້າເມືອງ ມາເລເຊຍ ແລະ ກະກຽມບັນດາລະບຽບການເພື່ອກັບຄືນເມືອ ຫວຽດນາມ.

ກ່ອນໜ້ານັ້ນ, ໜັງສືພິມປະຈຳຖິ່ນໄດ້ໃຫ້ຂ່າວວ່າ, ລູກເຮືອຊາວ ຫວຽດນາມ 18 ຄົນໃນກຳປັ່ນຂົນສົ່ງສິນຄ້າ Dolphin 18 ທີ່ຖືກຈົມນ້ຳ, ໄດ້ຮັບການກູ້ໄພກູ້ຊີບຈາກກຳປັ່ນ Nicolai Maersk ຈົດທະບຽນຢູ່ ຮົ່ງກົງ (ຈີນ). ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 11 ມັງກອນ, ຢູ່ເຂດທະເລຫ່າງຈາກ ຫວູງເຕົ່າ ປະມານ 274 ໄມທະເລໄປທາງທິດຕາເວັນຕົກສຽງໃຕ້.