ອ່າວ Scoresby, Greenland (ພາບ: AFP/TTXVN) |
ຄະນະກໍາມະການເອີຣົບ (EC) ໄດ້ອອກຖະແຫຼງການໂດຍຢັ້ງຢືນວ່າ ຕ້ອງເຄົາລົບອະທິປະໄຕຂອງບັນດາປະເທດ ແລະ ນີ້ກໍແມ່ນຄຸນຄ່າການທູດ ແລະ ຫຼັກການຫຼັ້ກແຫຼ່ງ ເຊິ່ງ EC ພວມມຸ່ງໄປເຖິງ. ໄປຄຽງຄູ່ກັນນັ້ນ, ມາດຕາກ່ຽວກັບການປ້ອງກັນຕົວລວມ ຕາມສົນທິສັນຍາ Lisbon ກໍຈະໄດ້ຮັບການໝູນໃຊ້ສຳລັບ Greenland ໃນກໍລະນີເກີດການເຄື່ອນໄຫວການທະຫານ. ເຖິງຢ່າງໃດກໍຕາມ, EC ກໍສະແດງຄວາມປາດຖະໜາຢາກຊຸກຍູ້ສາຍພົວພັນຂ້າມ ອັດລັງຕິກ ກັບອຳນາດການປົກຄອງໃໝ່ຂອງ ອາເມລິກາ ຢ່າງແຮງກວ່າ, ມຸ່ງໄປເຖິງບັນດາເປົ້າໝາຍລວມ ແລະ ຜົນປະໂຫຍດຍຸດທະສາດທີ່ສຳຄັນ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Sholz ໃຫ້ຮູ້ວ່າ ໄດ້ຕິດຕໍ່ກັບບັນດາຄູ່ຮ່ວມມືໃນພາກພື້ນກ່ຽວກັບບັນດາ Greenland ແລະ ການນຳເອີຣົບ ຫຼາຍທ່ານໄດ້ສະແດງຄວາມກັງວົນຕໍ່ຄຳຖະແຫຼງຂອງທ່ານ Donald Trump. ແຕ່ວ່າ, ການນຳ ເຢຍລະມັນ ຢັ້ງຢືນວ່າ ເລື່ອງບໍ່ລ່ວງລະເມີດຊາຍແດນ ແມ່ນຫຼັ້ກການພື້ນຖານຂອງກົດໝາຍສາກົນ ບໍ່ວ່າປະເທດໜ້ອຍ ຫຼື ມະຫາອຳນາດລ້ວນແຕ່ຕ້ອງປະຕິບັດຕາມ.
ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Noel Barrot ເນັ້ນໜັກວ່າ Greenland ແມ່ນດິນແດນສ່ວນໜຶ່ງຂອງ EU ແລະ EU ຈະບໍ່ປະໃຫ້ບໍ່ວ່າປະເທດໃດ “ບຸກໂຈມຕີຊາຍແດນອະທິປະໄຕຂອງກຸ່ມ”. ທ່ານກໍເຊື່ອໝັ້ນວ່າ ອາເມລິກາ ຈະບໍ່ນຳໃຊ້ການເຄື່ອນໄຫວການທະຫານກັບ Greenland.

