ເມື່ອກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Alain Berset ເລຂາທິການໃຫຍ່ສະພາເອີຣົບ ໄດ້ເນັ້ນໜັກວ່າ ເອີຣົບ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ແລະ ບັນຫາອົບພະຍົບແມ່ນໜຶ່ງໃນບັນດາຄວາມວິຕົກກັງວົນນັ້ນ. ທ່ານເນັ້ນໜັກວ່າ ການປຶກສາຫາລືຢູ່ Strasbourg ບໍ່ແມ່ນເພື່ອ “ປ່ຽນແປງ” ສົນທິສັນຍາເອີຣົບວ່າດ້ວຍສິດທິມະນຸດ, ແທນທີ່ນັ້ນ, ໜ້າທີ່ຂອງບັນດາປະເທດແມ່ນຮັກສາໃຫ້ສົນທິສັນຍາສະບັບນີ້ “ເຂັ້ມແຂງ ແລະ ມີຄວາມສອດຄ່ອງ”, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງສິດເສລີ ແລະ ຄວາມໝັ້ນຄົງ, ຍຸຕິທຳ ແລະ ຄວາມຮັບຜິດຊອບ.

ບັນດາວາລະປຶກສາຫາລືຢູ່ Strasbourg ຄາດວ່າໄດ້ເຕື້ອງເຖິງບັນດາບັນຫາຄື: ປາບປາມໄພການຄ້າມະນຸດ, ຂໍ້ກໍານົດກ່ຽວກັບ “ສູນຮອງຮັບ” ຢູ່ນອກເອີຣົບ ແລະ ກົນໄກໝູນໃຊ້ມາດຕາທີ 8 (ສິດຄອບຄົວ) ແລະ ມາດຕາທີ 3 (ຫ້າມການປະພຶດແບບໄຮ້ມະນຸດສະທຳ) ເຊິ່ງກ່ຽວຂ້ອງເຖິງບັນດາກໍລະນີອົບພະຍົບ.