ບັນດາແຫຼ່ງຂ່າວຢູ່ ເອີລົບ ໃນວັນທີ 21 ພະຈິກ, ໃຫ້ຮູ້ວ່າ ຢູແກຼນ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ພວມຮຽບຮຽງຂໍ້ສະເໜີຄັດຄ້ານແຜນການສັນຕິພາບ 28 ຈຸດໂດຍ ອາເມລິກາ ສະເໜີ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ. ມີປະເທດ ເອີລົບ ຈຳນວນໜຶ່ງກໍ່ຈະເຂົ້າຮ່ວມຂໍ້ສະເໜີດັ່ງກ່າວ.
ໃນການໂອ້ລົມທາງໂທລະສັບຮ່ວມກັບທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃນວັນດຽວກັນ, ການນຳບັນດາປະເທດ ຝລັ່ງ, ເຢຍລະມັນ ແລະ ອັງກິດ ໄດ້ຮຽກຮ້ອງມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ ຢູແກຼນ ຕ້ອງມີການເຂົ້າຮ່ວມຂອງ ກີແອັບ “ຢ່າງຄົບຖ້ວນ”, ພ້ອມກັນນັ້ນຖືວ່າ ບໍ່ວ່າຂໍ້ຕົກລົງໃດກໍ່ຕ້ອງມີ “ຄວາມເຫັນດີເຫັນພ້ອມ” ຂອງ ເອີລົບ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO). ໃນຖະແຫຼງທີ່ເອົາລົງໃນສື່ສັງຄົມພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Volodymyr Zelensky ກໍ່ຢັ້ງຢືນວ່າ ກີແອັບ ພວມຄົ້ນຄວ້າຂໍ້ສະເໜີສັນຕິພາບໂດຍ ອາເມລິກາ ຮຽບຮຽງ, ພ້ອມກັນນັ້ນກໍ່ຖືວ່າ ແຜນການດັ່ງກ່າວຕ້ອງ “ຮັບປະກັນພື້ນຖານສັນຕິພາບທີ່ແທ້ຈິງ ແລະ ເໝາະສົມ” ໃຫ້ແກ່ ກີແອັບ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
