ພິທີຕ້ອນຮັບຖ້ຽວບິນໃໝ່ ເມື່ອລົງຮອດສະໜາມບິນ ກາມແຣງ, ແຂວງ ແຄັງຮວ່າ (ພາບ: VOV) |
ຕ້ອນຮັບແຂກທ່ອງທ່ຽວຢູ່ສະໜາມບິນ, ການນຳຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ສູນສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ… ໄດ້ມອບດອກໄມ້ ແລະ ຂອງທີ່ລະນຶກ. ເຫດການຟື້ນຟູສາຍການບິນ ລັດເຊຍ ບໍ່ພຽງແຕ່ມີຄວາມໝາຍເປີດແລວທ່ອງທ່ຽວສາກົນສຳຄັນຄືນໃໝ່ເທົ່ານັ້ນ, ຫາກຍັງຢັ້ງຢືນວ່າ ແຄັງຮວ່າ ແມ່ນແຂວງທີ່ສະໜິດສະໜົມ, ຈັບອົກຈັບໃຈ, ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວທະເລແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຟ້າມມິງຍຶດ, ປະທານສະຫະສະມາຄົມທ່ອງທ່ຽວ ຍາຈາງ - ແຄັງຮວ່າ, ໃຫ້ຮູ້ວ່າ:
“ແຂວງ ແຄັງຮວ່າໃໝ່ພາຍຫຼັງໂຮມແຂວງນິງທ້ວນເຂົ້າ ມີຜະລິດຕະພັນທີ່ເປັນເອກະລັກຫຼາຍຢ່າງ, ພ້ອມກັບທະເລໝູ່ເກາະ, ວັດທະນະທຳຂອງຊາວເຜົ່າຈຳ ແລະ ທັດສະນີຍະພາບພະລັງງານທົດແທນນັ້ນ, ໄດ້ສ້າງເປັນບໍລິເວນ່ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວ ລັດເຊຍ ມາທ່ຽວ ແຄັງຮວ່າ. ນັບແຕ່ນີ້ຮອດທ້າຍປີ 2025, ບັນດາຫົວໜ່ວຍທ່ອງທ່ຽວ ໄດ້ເພີ່ມຈຳນວນຖ້ຽວບິນໂດຍສານແຂກ ລັດເຊຍ ມາທ່ອງທ່ຽວ ແຄັງຮວ່າ”.

