ແຂວງເທື່ອທຽນເຫວ້ ມອບ ອຸປະກອນການແພດໃຫ້ແຂວງສະຫວັນນະເຂດ (ພາບ: TTXVN) |
ເນື່ອງໃນໂອກາດນີ້, ການນໍາສອງແຂວງ ເທື່ອທຽນເຫວ້ ແລະ ສະຫວັນນະເຂດ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກລະບາດ, ບົດຮຽນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມື, ພ້ອມກັນແບ່ງປັນຂໍ້ມູນຂ່າວສານ ເພື່ອປະຕິບັດສໍາເລັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ເຂດຊາຍແດນ.
ໂດຍຮັບເອົາຂອງຂວັນຈາກແຂວງເທື່ອທຽນ - ເຫວ້, ທ່ານ ໂພໄຊ ໄຊຍະສອນ, ຮອງເຈົ້າແຂວງໆ ສະຫວັນນະເຂດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນໍ້າໃຈອັນປະເສີດເລີດລໍ້າຂອງອໍານາດການປົກຄອງ ແລະ ປະຊາຊົນແຂວງ ເທື່ອທຽນ - ເຫວ້ ທີ່ມີຕໍ່ແຂວງສະຫວັນນະເຂດ; ພ້ອມທັງຢັ້ງຢືນວ່າ ຂອງຂັວນນີ້ ບໍ່ພຽງແຕ່ເປັນການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກໍາລັງໃຈອັນຍິ່ງໃຫຍ່, ຊ່ວຍແຂວງສະຫວັນນະເຂດປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງໄດ້ເປັນຢ່າງດີກວ່າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

